ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຢ້ຽມ​ຢາມ ແລະ ອວຍ​ພອນປະ​ຊາ​ຊົນ​ຊາວຄຼິດຢູ່​ແຂວງ ບ່າ​ເຣ້ຍ - ຫວູງ​ເຕົາ ເນື່ອງ​ໃນ​ໂອ​ກາດ​ວັນບຸນຄຼິດ​ສ​ະມາດ

ເນື່ອງໃນໂອກາດວັນບຸນຄຼິດສະມາດ ໃກ້ຈະມາເຖິງນີ້, ທ່ານນາຍົກລັດຖະມົນຕີ ຂໍຕາງໜ້າໃຫ້ການນຳພັກ, ລັດ ອວຍພອນໃຫ້ ພໍ່ແມ່ປະຊາຊົນຊາວຄຼິດທຸກຖ້ວນໜ້າ ຈົ່ງປະສົບແຕ່ສິ່ງທີ່ດີງາມ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ອວຍພອນຜູ້ມີຍົດຖາບັນດາສັກ ແຂວງ ບ່າເຣ້ຍ - ຫວູງເຕົາ. (ພາບ: TTXVN)
ເນື່ອງໃນໂອກາດວັນບຸນຄຼິດສະມາດ ປີ 2021, ຕອນບ່າຍວັນທີ 17 ທັນວາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໄປຢ້ຽມຢາມ, ອວຍພອນຜູ້ມີຍົດຖາບັນດາສັກ, ປະຊາຊົນຊາວຄຼິດ ຢູ່ແຂວງ ບ່າເຣ້ຍ - ຫວູງເຕົາ. ເມື່ອຢ້ຽມຢາມເຂດຊາວຄຼິດ ລອງເຮືອງ ແລະ ສຳນັກສັງຄະລາດແຂວງ ບ່າເຣ້ຍ - ຫວູງເຕົາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຫວັງວ່າ ພໍ່ແມ່ປະຊາຊົນຊາວຄຼິດ ຈະສືບຕໍ່ເສີມຂະຫຍາຍຈິດໃຈ “ນັບຖືພະເຢຊູ, ຮັກຫອມປະເທດຊາດ”, ປະຕິບັດແຜນນະໂຍບາຍ, ນະໂຍບາຍ, ກົດໝາຍຂອງພັກ ແລະ ລັດ, ພະຍາຍາມບືນຕົວຂຶ້ນເພື່ອໃຫ້ມີຊີວິດນັບມື້ນັບອີ່ມໜຳສຳລານ, ມີຄວາມຜາສຸກ, ມີຄວາມສາມັກຄີ, ຮັກແພງຊ່ວຍເຫຼືອເຊິ່ງກັນແລະກັນ, ປະກອບສ່ວນສ້າງສາບ້ານເກີດເມືອງນອນປະເທດຊາດໃຫ້ນັບມື້ນັບພັດທະນາ. ເນື່ອງໃນໂອກາດວັນບຸນຄຼິດສະມາດ ໃກ້ຈະມາເຖິງນີ້, ທ່ານນາຍົກລັດຖະມົນຕີ ຂໍຕາງໜ້າໃຫ້ການນຳພັກ, ລັດ ອວຍພອນໃຫ້ ພໍ່ແມ່ປະຊາຊົນຊາວຄຼິດທຸກຖ້ວນໜ້າ ຈົ່ງປະສົບແຕ່ສິ່ງທີ່ດີງາມ.
(ແຫຼ່ງຄັດຈາກ VOV)

top