ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ມີ​ການ​ພົບ​ປະ​ຂັ້​ນ​ສູງ​ໃນ​ການ​ຢ້ຽມ​ຢາມ ສ.ຝ​ລັ່ງ​ ຢ່າງ​ເປັນ​ທາງ​ການ

ຕອນບ່າຍວັນທີ 3 ພະຈິກ (ຕາມເວລາ ທ້ອງຖິ່ນ), ເຮືອບິນນຳສົ່ງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຮອດສະໜາມບິນ Orly ຢູ່ນະຄອນຫຼວງ Paris, ເລີ່ມຕົ້ນການຢ້ຽມຢາມສ.ຝລັ່ງຢ່າງເປັນທາງການ ໃນລະຫວ່າງວັນທີ 3 – 5 ພະຈິກ ຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ສ.ຝລັ່ງ Jean Castex.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ  ພົບປະກັບທ່ານປະທານສະພາສູງ ຝລັ່ງ Gerard Larcher 

ພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ຢ່າງເປັນທາງການ ໄດ້ດຳເນີນ ຢູ່ວັງ Invalides ນະຄອນຫຼວງປາຣີ.

ພາຍຫຼັງພິທີຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ມີການພົບປະກັບທ່ານປະທານສະພາສູງ ຝລັ່ງ Gerard Larcher. ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາສູງ ການປະກອບສ່ວນສຳຄັນຂອງອົງການລັດຖະສະພາສອງປະເທດ ໃນການປັບປຸງການພົວພັນຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ - ຝລັ່ງ, ໃນນັ້ນມີວິວັດການຊຸກຍູ້ການຮ່ວມມືລະຫວ່າງບັນດາທ້ອງຖິ່ນ, ມີຄວາມປາດຖະໜາຢາກສອງຝ່າຍສົມທົບກັນຢ່າງແໜ້ນແຟ້ນ ເພື່ອ ປະຕິບັດສຳເລັດກອງປະຊຸມການຮ່ວມມືລະຫວ່າງບັນດາທ້ອງຖິ່ນຄັ້ງທີ XII ຢູ່ນະຄອນໂຮ່ຈີມິນ ໃນປີ 2022, ທ່ານກໍ່ປາດຖະໜາຢາກ ຝລັ່ງ ສືບຕໍ່ໜູນຊ່ວຍແກ່ ການພັດທະນາກຳລັງຄວາມສາມາດດ້ານສາທາລະນະສຸກການສຶກສາ ແລະ ວັດທະນະທຳໃຫ້ແກ່ ຫວຽດນາມ.

ສ່ວນທ່ານປະທານ Gerard Larcher ໄດ້ສະແດງຄວາມປະຕິຊົມຊື່ນ ເມື່ອໄດ້ຕ້ອນຮັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃນການຢ້ຽມຢາມຢູ່ຝລັ່ງ ຢ່າງເປັນທາງການຄັ້ງທຳອິດໃນຖານະເປັນນາຍົກລັດຖະມົນຕີ ລັດຖະບານ ຫວຽດນາມ ແລະ ຢັ້ງຢືນວ່າ ຝລັ່ງຖືເປັນສຳຄັນທີ່ສຸດຕໍ່ທີ່ຕັ້ງ, ບົດບາດຂອງ ຫວຽດນາມ. ທ່ານກໍ່ປາດຖະໜາຢາກການພົວພັນທີ່ເປັນມູນເຊື້ອ, ຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ ຈະສືບຕໍ່ເຂົ້າສູ່ລວງເລິກ, ແທດຈິງ ໃນທຸກຂົງເຂດ, ຈາກການເມືອງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ຕະຫຼອດຮອດ ເສດຖະກິດ, ວັດທະນະທຳ, ວິທະຍາສາດເຕັກໂນໂລຢີ, ການສຶກສາ.

ທ່ານປະທານສະພາສູງ ຝລັ່ງ ກໍ່ເຫັນດີເປັນເອກະພາບສົມທົບກັນຜັນຂະຫຍາຍສັນຍາການຄ້າເສລີ ຫວຽດນາມ - EU (EVFTA) ຢ່າງມີປະສິດທິຜົນ ແລະ ສະໜັບສະໜູນການໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ ຝລັ່ງ  ແລະ ບັນດາປະເທດ EU ໂດຍໄວ, ພ້ອມທັງສະແດງຄວາມພ້ອມທີ່ຈະພິຈາລະນາການຊຸກຍູ້ຄະນະກຳມະການເອີລົບ (EC) ຍົກເລີກການກ່າວເຕືອນ “ບັດເຫຼືອງ” ສຳລັບສິນໃນນ້ຳ ຫວຽດນາມ.

ຕອນຄ່ຳວັນທີ 3 ພະຈິກ, ຢູ່ວັງ Matignon, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ມີການໂອ້ລົມສົນທະນາກັບ ທ່ານນາຍົກລັດຖະມົນຕີ ຝລັ່ງ Jean Castex, ເປັນສັກຂີພິຍານ ພິທີລົງນາມບາງເອກະສານ, ຂໍ້ຕົກລົງການຮ່ວມມື ລະຫວ່າງສອງປະເທດ ແລະ ເຂົ້າຮ່ວມງານລ້ຽງຕ້ອນຮັບທ່ານນາຍົກລັດຖະມົນຕີ ຫວຽດນາມຢ່າງເປັນທາງການ ຂອງທ່ານນາຍົກລັດຖະມົນຕີ ຝລັ່ງ.

ແລະກໍ່ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານນາງ Aurélia Nguyen ຜູ້ອຳນວຍການໂຄງການສຳຜັດກັບວັກຊິນທົ່ວໂລກ COVAX.

(ແຫຼ່ງຄັດຈາກ VOV)


top