ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ພົບ​ປະ​ກັບ​​ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ຄຳ​ພັນ ວິ​ພາ​ວັນ

ນາຍົກລັດຖະມົນຕີສອງທ່ານກໍເຫັນດີສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນແລະກັນໃນເວທີປາໄສພາກພື້ນ ແລະ ສາກົນ, ໂດຍສະເພາະແມ່ນ ອາຊຽນ, ສປຊ ແລະ ບັນດາກົນໄກຮ່ວມມືຢູ່ອະນຸພາກພື້ນ.
  ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບທ່ານນາຍົກລັດຖະມົນຕີ ລາວ ຄຳພັນ ວິພາວັນ (ພາບ: baochinhphu.vn)  

ທີ່ການພົບປະກັບທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ, ໄດ້ດຳເນີນໃນຕອນຄ່ຳວັນທີ 13 ທັນວາ, ຢູ່ນະຄອນຫຼວງ ບຣຸກແຊນ, ປະເທດ ແບນຊິກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ ໄດ້ຊົມເຊີຍເລື່ອງສອງຝ່າຍຜັນຂະຫຍາຍ ແລະ ມອບ-ຮັບ 4 ໂຄງການຈຸດສຸມ, ສືບຕໍ່ເລີ່ມດຳເນີນ 3 ໂຄງການໃໝ່ ໄດ້ເປັນຢ່າງດີ; ພ້ອມທັງເຊື່ອໝັ້ນວ່າ ບັນດາໂຄງການດັ່ງກ່າວ ຈະໄດ້ຜັນຂະຫຍາຍຢ່າງມີປະສິດທິຜົນ, ປະກອບສ່ວນຍູ້ແຮງການເຊື່ອມຕໍ່ລະຫວ່າງສອງພື້ນຖານເສດຖະກິດ ແລະ ນຳມາເຊິ່ງຜົນປະໂຫຍດແທດຈິງໃຫ້ແກ່ປະຊາຊົນ, ວິສາຫະກິດສອງປະເທດ. ນາຍົກລັດຖະມົນຕີສອງທ່ານກໍເຫັນດີສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນແລະກັນໃນເວທີປາໄສພາກພື້ນ ແລະ ສາກົນ, ໂດຍສະເພາະແມ່ນ ອາຊຽນ, ສປຊ ແລະ ບັນດາກົນໄກຮ່ວມມືຢູ່ອະນຸພາກພື້ນ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະໜູນຊ່ວຍ ລາວ ແບກຫາບບັນດາໜ້າທີ່ສຳຄັນຕ່າງໆໃນລະດັບສາກົນ, ໃນນັ້ນ ມີການຈັດກອງປະຊຸມຂັ້ນສູງ ອົງການຍຸດທະສາດຮ່ວມມືເສດຖະກິດ Ayeyarwadi – Chao Phraya – Mekong (ACMECS) ຄັ້ງທີ 10 ໃນປີ 2023 ແລະ ປະທານ ອາຊຽນ ໃນປີ 2024 ໃຫ້ສຳເລັດຢ່າງຈົບງາມ. 

ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກໍໄດ້ພົບປະກັບຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ແບນຊິກ ແລະ ບາງປະເທດ ເອີຣົບ.


top