ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ພົບ​ປະ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສ.ເກົາຫຼີ, ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ຢູ່ນອກກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 40, 41 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ຢູ່ນະຄອນຫຼວງ ພະນົມເປັນ, ກຳປູເຈຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະກັບທ່ານປະທານາທິບໍດີ ສ.ເກົາຫຼີ ແລະ ທ່ານເລຂາທິການໃຫຍ່ ສປຊ.

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 40, 41 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ຢູ່ນະຄອນຫຼວງ ພະນົມເປັນ, ກຳປູເຈຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະກັບທ່ານປະທານາທິບໍດີ ສ.ເກົາຫຼີ ແລະ ທ່ານເລຂາທິການໃຫຍ່ ສປຊ.

   

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພົບປະກັບທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol  (ພາບ: TTXVN)

ທີ່ການພົບປະກັບທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol ໃນຕອນເຊົ້າວັນທີ 12 ພະຈິກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ  ສະເໜີໃຫ້ສອງຝ່າຍ ຈົ່ງສືບຕໍ່ຊຸກຍູ້ການຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ; ລັດຖະບານ ສ.ເກົາຫຼີ ໜູນຊ່ວຍ ຫວຽດນາມ ໃນວິວັດທະນາການຫັນເປັນອຸດສາຫະກຳ, ທັນສະໄໝ ແລະ ພັດທະນາອຸດສາຫະກຳວັດທະນະທຳ; ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ແກ່ພົນລະເມືອງ ຫວຽດນາມ ແລະ ຊາວ ຫວຽດນາມ ອາໄສຢູ່ ສ.ເກົາຫຼີ ໄດ້ມີຊີວິດການເປັນຢູ່ເປັນປົກກະຕິ, ປອດໄພ ແລະ ສືບຕໍ່ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ - ສັງຄົມຂອງທັງ ສ.ເກົາຫຼີ ແລະ ຫວຽດນາມ. ສ່ວນທ່ານປະທານາທິບໍດີ ສ.ເກົາຫຼີ ຢັ້ງຢືນວ່າ ສ.ເກົາຫຼີ ພ້ອມແລ້ວທີ່ຈະຮ່ວມມືກັບ ຫວຽດນາມ ໃນບັນດາຂົງເຂດ ເຊິ່ງ ສ.ເກົາຫຼີ ມີທ່າແຮງ ແລະ ຫວຽດນາມ ມີຄວາມຕ້ອງການ ເປັນຕົ້ນແມ່ນ ການຫັນເປັນດີຈີຕອນ, ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ແລະ ອຸດສາຫະກຳຊີວະສາດ.

        ກ່ອນໜ້ານັ້ນ, ຕອນຄ່ຳວັນທີ 11 ພະຈິກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະກັບທ່ານເລຂາທິການໃຫຍ່ ສປຊ Antonio Guterres. ນະທີ່ນີ້, ການນຳສອງທ່ານໄດ້ຕີລາຄາວ່າ ປີ 2023 ຈະສືບຕໍ່ແມ່ນປີທີ່ຫຍຸ້ງຍາກສຳລັບໂລກ, ພິເສດແມ່ນບັນດາບັນຫາເສດຖະກິດມະຫາພາກ ຄື ໄພເງິນເຟີ້, ອັດຕາແລກປ່ຽນເງິນຕາ, ເພີ່ມອັດຕາດອກເບ້ຍຂອງທະນາຄານສູນກາງຂອງຫຼາຍປະເທດໃຫຍ່… ທ່ານເລຂາທິການໃຫຍ່ Antonio Guterres ກໍໄດ້ສະແດງຄວາມປິຕິຊົມຊື່ນຕໍ່ການປະກອບສ່ວນຂອງ ຫວຽດນາມ ໃຫ້ແກ່ ສປຊ; ຕີລາຄາສູງຄວາມມານະພະຍາຍາມຂອງ ຫວຽດນາມ ໃນການຟື້ນຟູເສດຖະກິດ ພາຍຫຼັງໂລກລະບາດ.  

(ແຫຼ່ງຄັດຈາກ VOV)


top