ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ພົບ​ປະ​ກັບ​ທ່ານ​ປະ​ທານ​ສະ​ພາ​ສູງ ກຳ​ປູ​ເຈຍ Hun Sen

ຕອນບ່າຍວັນທີ 25 ກໍລະກົດ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະທ່ານປະທານພັກປະຊາຊົນ ກຳປູເຈຍ, ປະທານສະພາສູງ Hun Sen, ເນື່ອງໃນໂອກາດທ່ານມາ ຫວຽດນາມ ເຂົ້າຮ່ວມພິທີງານສົບຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະທ່ານປະທານພັກປະຊາຊົນ ກຳປູເຈຍ, ປະທານສະພາສູງ Hun Sen (ພາບ: VGP)

ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ການແບ່ງເບົາຄວາມເສົ້າສະຫຼົດໃຈຈາກພະບໍລົມວົງສານຸວົງ, ພັກປະຊາຊົນ ກຳປູເຈຍ, ສະພາສູງ, ສະພາແຫ່ງຊາດ, ລັດຖະບານ ແລະ ຫຼາຍອົງການຈັດຕັ້ງຂອງ ກຳປູເຈຍ ຕໍ່ການຈາກໄປຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ນັ້ນ ແມ່ນການລະດົມກຳລັງໃຈຢ່າງໃຫຍ່ຫຼວງສຳລັບປະຊາຊົນ ຫວຽດນາມ, ສະແດງນ້ຳໃຈອັນຈິງໃຈ, ສະໜິດຕິດພັນຂອງ ກຳປູເຈຍ, ໃນນັ້ນ ມີນ້ຳໃຈອັນພິເສດຂອງສ່ວນຕົວທ່ານປະທານ Hun Sen ທີ່ມີຕໍ່ທ່ານອະດີດເລຂາທິການໃຫຍ່ ຫງວຽນຝູຈ້ອງ.

ເນື່ອງໃນໂອກາດນີ້, ການນຳ 2 ທ່ານກໍໄດ້ແລກປ່ຽນກ່ຽວກັບການຮ່ວມມືສອງຝ່າຍ, ໂດຍສະເພາະແມ່ນໃນຂົງເຂດປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ເສດຖະກິດ; ແລກປ່ຽນກ່ຽວກັບການພົວພັນລະຫວ່າງ ກຳປູເຈຍ - ລາວ - ຫວຽດນາມ.

ກໍໃນຕອນເຊົ້າວັນທີ 26 ກໍລະກົດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ກໍໄດ້ຕ້ອນຮັບທ່ານ Hun Sen ປະທານພັກປະຊາຊົນ ກຳປູເຈຍ, ປະທານສະພາທີ່ປຶກສາສູງສຸດຂອງພະບໍລົມວົງສານຸວົງ, ປະທານສະພາສູງ ກຳປູເຈຍ ເຊັ່ນດຽວກັນ.


top