ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ພົບ​ປະ​ກັບ ​ສົມ​ເດັດ​ພະ​ລາ​ຊາ ລຸກ​ຊຳ​ບວກ ແລະ ພົບ​ປະ​ກັບ​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ ຢູ່ ລຸ​ກ​ຊຳ​ບວກ

ໃນຂອບເຂດການຢ້ຽມຢາມ ລາຊະອານາຈັກ ລຸກຊຳບວກ ຢ່າງເປັນທາງການ, ຕອນບ່າຍວັນທີ 10 ທັນວາ ຕາມເວລາທ້ອງຖິ່ນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະກັບສົມເດັດພະລາຊາ ລຸກຊຳບວກ Henri.
  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກັບສົມເດັດພະລາຊາ Henri  

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ແບ່ງປັນກັບສົມເດັດພະລາຊາ Henri ກ່ຽວກັບຄວາມມຸ້ງມາດປາດຖະໜາ, ຄວາມຕັດສິນໃຈຂອງລັດຖະບານສອງປະເທດ ໃນການສືບຕໍ່ຖືການລົງທຶນເປັນສຳຄັນ, ຍູ້ແຮງການຮ່ວມມືໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນຄື ດ້ານການເງິນສີຂຽວ, ພະລັງງານຜະລິດຄືນໃໝ່, ການເຊື່ອມຕໍ່ logistics, ສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດກ່ຽວກັບການເງິນສີຂຽວໂດຍໄວ ເພື່ອຍາດແຍ່ງທ່າແຮງຂອງ ລຸກຊຳບວກ ແລະ ໜູນຊ່ວຍ ຫວຽດນາມ ໃນການຜັນຂະຫຍາຍຍຸດທະສາດເຕີບໂຕສີຂຽວ ໄລຍະ 2021 – 2030, ວິໄສທັດຮອດປີ 2050 ແລະ ຄຳໝັ້ນສັນຍາກ່ຽວກັບການປ່ຽນແປງຂອງດິນຟ້າອາກາດໃນກອງປະຊຸມ COP26.

ສ່ວນສົມເດັດພະລາຊ Henri ຕີລາຄາສູງບົດບາດຂອງ ຫວຽດນາມ ໃນ ອາຊຽນ, ພ້ອມທັງໃຫ້ຮູ້ວ່າ ລຸກຊໍາບວກ ມີຄວາມສົນໃຈເຖິງບັນຫາການປ່ຽນແປງຂອງດິນຟ້າອາກາດ ຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ແລະ ຖືນີ້ ເປັນຂົງເຂດຫຼັກແຫຼ່ງແກ່ນສານໃນສາຍພົວພັນລະຫວ່າງສອງປະເທດ; ທ່ານໃຫ້ຄຳໝັ້ນສັນຍາວ່າ ຈະໜູນຊ່ວຍ ຫວຽດນາມ ປະຕິບັດບັນດາເປົ້າໝາຍເຕີບໂຕສີຂຽວ.

ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ພົບປະກັບປະຊາຄົມຊາວ ຫວຽດນາມ ອາໄສຢູ່ ລຸກຊຳບວກ; ຢ້ຽມຢາມ ແລະ ເຮັດວຽກກັບທະນາຄານລົງທຶນ ເອີຣົບ (EIB) ເຊິ່ງປັດຈຸບັນມີ 7 ໂຄງການລົງທຶນຢູ່ ຫວຽດນາມ ດ້ວຍມູນຄ່າ 561 ລ້ານ ເອີໂຣ.  ພ້ອມທັງ, ເປັນສັກຂີພິຍານພິຍານຜູ້ຕາງໜ້າຂອງທະນາຄານ EIB ກັບກຸ່ມບໍລິສັດໄຟຟ້າແຫ່ງຊາດ ຫວຽດນາມ ລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມື, ໜູນຊ່ວຍດ້ານການເງິນໃນວິວັດທະນາການຫັນປ່ຽນພະລັງງານຢູ່ ຫວຽດນາມ ມຸ່ງໄປເຖິງເປົ້າໝາຍ ບັນລຸໄດ້ລະດັບການປ່ອຍອາຍພິດລົງມາເປັນ 0 ໃນປີ 2050 ຂອງ ລັດຖະບານ ຫວຽດນາມ.


top