ວັນທີ 22 ພຶດສະພາ, ຢູ່ຮ່າໂນ້ຍ, ເມື່ອສະຫຼຸບກອງປະຊຸມຫົວເລື່ອງສະເພາະກ່ຽວກັບການສ້າງກົດໝາຍເດືອນພຶດສະພາ 2025, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງຕ້ອງປະເຊີນໜ້າກັບການປ່ຽນແປງໃໝ່ຈິນຕະນາການໂດຍພື້ນຖານຈາກທ່າທີ ທີ່ຢູ່ໃນທ່າຮັບ ມາເປັນຈິນຕະນາການ “ເປັນເຈົ້າການ, ຂະຫຍັນຂັນເຄື່ອນ ເພື່ອສ້າງສາພັດທະນາ ແລະ ຮັບໃຊ້ປະຊາຊົນ, ວິສາຫະກິດ”.
ກອງປະຊຸມຫົວເລື່ອງສະເພາະກ່ຽວກັບການສ້າງກົດໝາຍເດືອນພຶດສະພາ 2025
ທ່ານນາຍົກລັດຖະມົນຕີແຈ້ງໃຫ້ບັນດາລັດຖະມົນຕີ, ຫົວໜ້າບັນດາອົງການສຳນັກງານສືບຕໍ່ເອົາໃຈໃສ່ໃຫ້ບຸລິມະສິດສຸມແຫຼ່ງກຳລັງສູງສຸດ ແລະ ຊີ້ນຳນຳພາການສ້າງລະບອບລະບຽບການໂດຍກົງ; ຕັດສິນໃຈແກ້ໄຂບັນດາຈຸດອຸດຕັນກ່ຽວກັບລະບອບລະບຽບການໃນປີ 2025; ເປັນເຈົ້າການສົມທົບກັບບັນດາອົງການຂອງສະພາແຫ່ງຊາດສຳຫຼວດກວດກາ, ຍົກສູງຄຸນນະພາບປະກາດໃຊ້ເອກະສານກົດໝາຍສະບັບຕ່າງ.
ທ່ານນາຍົກລັດຖະມົນຕີ ສະເໜີວ່າ ການປ່ຽນແປງໃນການສ້າງກົດໝາຍນັ້ນ ຕ້ອງສຸມໃສ່ການແບ່ງຂັ້ນ, ແບ່ງສິດອຳນາດ ໄປຄຽງຄູ່ກັບການຈັດແບ່ງພະລັງງານ ແລະ ອອກແບບເຄື່ອງມືຕິດຕາມຢ່າງເຖິງຖອງ; ເດັດດ່ຽວຫຼຸດຜ່ອນ, ຫັນລະບຽບການບໍລິຫານທີ່ບໍ່ຈຳເປັນ ເປັນງ່າຍດາຍ; ການສ້າງກົດໝາຍຕ້ອງໄປກ່ອນໜຶ່ງບາດກ້າວ, ເພີ່ມທະວີລັກສະນະຄາດຄະເນ, ສຳຫຼວດກວດຄືນກົດໝາຍສະບັບຕ່າງໆທີ່ປະກາດໃຊ້ໃນປັດຈຸບັນ, ນໍາໃຊ້ກົດໝາຍສະບັບດຽວ ປັບປຸງກົດໝາຍຫຼາຍສະບັບໃຫ້ທັນການ ແລະ ເໝາະສົມກັບຄວາມຮຽກຮ້ອງຕ້ອງການຕົວຈິງ.