ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ມາ​ເລ​ເຊຍ ແລະ ກຳ​ປູ​ເຈຍ ປະ​ຈຳ ຫວຽດ​ນາມ

ຕອນບ່າຍວັນທີ 7 ເມສາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ Dato Tan Yang Thai ເອກອັກຄະລັດຖະທູດ ມາເລເຊຍ ປະຈຳ ຫວຽດນາມ ແລະ ທ່ານນາງ Chea Kimtha ເອກອັກຄະລັດຖະທູດ ກຳປູເຈຍ ປະຈຳ ຫວຽດນາມ.
  ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບທ່ານ Dato Tan Yang Thai ເອກອັກຄະລັດຖະທູດ ມາເລເຊຍ (ພາບ: TTXVN)  

ທີ່ການຕ້ອນຮັບ,  ທ່ານ Dato Tan Yang Thai ເອກອັກຄະລັດຖະທູດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖືການພົວພັນມິດຕະພາບ ແລະ ຄູ່ຮ່ວມມືຍຸດທະສາດກັບ ມາເລເຊຍ ເປັນສຳຄັນ. ສ່ວນ ທ່ານ Dato Tan Yang Thai ເອກອັກຄະລັດຖະທູດ ມາເລເຊຍ ໃຫ້ຄຳໝັ້ນສັນຍາວ່າ ໃນໄລຍະປະຕິບັດງານຢູ່ ຫວຽດນາມ, ທ່ານເອງຈະມານະພະຍາຍາມປະກອບສ່ວນຊຸກຍູ້ການພົວພັນ, ຮ່ວມມືລະຫວ່າງສອງປະເທດ ກວ່າອີກ; ມາເລເຊຍ ພ້ອມແລ້ວທີ່ຈະຮັບຄົນງານຕ່າງປະເທດ ມາເຮັດວຽກຢູ່ ມາເລເຊຍ ຫຼັງໂຄວິດ - 19 ໃນນັ້ນ ມີຄົນງານ ຫວຽດນາມ.

  ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບ ທ່ານນາງ Chea Kimtha ເອກອັກຄະລັດຖະທູດ ກຳປູເຈຍ (ພາບ: TTXVN)  

ສ່ວນໃນການຕ້ອນຮັບ ທ່ານນາງ Chea Kimtha ເອກອັກຄະລັດຖະທູດ ກຳປູເຈຍ ປະຈຳ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ອວຍພອນບັນດາຜົນງານອັນຍິ່ງໃຫຍ່ ເຊິ່ງ ກຳປູເຈຍ ຍາດມາໄດ້ໃນໄລຍະຜ່ານມາ, ແລະ ຢັ້ງຢືນ ຫວຽດນາມ ພ້ອມແລ້ວທີ່ຈະສະໜັບສະໜູນ, ແບ່ງປັນບົດຮຽນ, ປະສົບການ ເພື່ອໃຫ້ ກຳປູເຈຍ ຈັດຕັ້ງເຫດການຕ່າງໆໃນງານມະຫາກຳກິລາ ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 32 ປະສົບຜົນສຳເລັດຢ່າງຈົບງາມ. ທ່ານນາງ Chea Kimtha ເອກອັກຄະລັດຖະທູດ ກຳປູເຈຍ ຂໍສະແດງຄວາມຂອບໃຈຕໍ່ການໜູນຊ່ວຍ ເຊິ່ງ ຫວຽດນາມ ສະຫງວນໃຫ້ ກຳປູເຈຍ ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແລະ ຈັດຕັ້ງກອງປະຊຸມຂັ້ນສູງ ອາຊຽນ 2022 ຢ່າງສຳເລັດຜົນ; ປາດຖະໜາຢາກໄດ້ຮັບການສະໜັບສະໜູນ ແລະ ບົດຮຽນປະສົບການຈາກ ຫວຽດນາມ ເພື່ອໃຫ້ກຳປູເຈຍ ຈັດຕັ້ງ ຊີເກມ 32 ສຳເລັດຜົນ. ພ້ອມທັງຢັ້ງຢືນວ່າ, ທ່ານນາງຈະມານະພະຍາຍາມຈົນສຸດຄວາມສາມາດເພື່ອປະກອບສ່ວນຊຸກຍູ້ການພົວພັນລະຫວ່າງສອງປະເທດໃຫ້ນັບມື້ນັບສະໜິດແໜ້ນ, ມີປະສິດທິຜົນ, ປະກອບສ່ວນເຂົ້າໃນການພັດທະນາ, ຄວາມວັດທະນາຖາວອນລວມຂອງສອງປະເທດ.

 


top