ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຕ້ອນ​ຮັບ​ປະ​ທານ​ທະ​ນາ​ຄານ Standard Chartered

ໂດຍສືບຕໍ່ລາຍການເຄື່ອນໄຫວເຂົ້າຮ່ວມກອງປະຊຸມ COP26, ການໄປຢ້ຽມຢາມ ແລະ ເຮັດວຽກຢູ່ລາຊະອານາຈັກ ອັງກິດ, ຕອນເຊົ້າວັນທີ 1 ພະຈິກ (ຕາມເວລາທ້ອງຖິ່ນ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບທ່ານປະທານທະນາຄານ Standard Chartered José Vinals.
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຕ້ອນຮັບທ່ານປະທານທະນາຄານ Standard Chartered José Vinals. (ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານ José Vinals ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການສະໜັບສະໜູນອັນລ້ຳຄ່າຂອງລັດຖະບານ ແລະ ນາຍົກລັດຖະມົນຕີ ຫວຽດນາມ ທີ່ມີຕໍ່ທະນາຄານ; ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະຮັກສາການເຄື່ອນໄຫວຍາວນານ, ຮ່ວມເດີນທາງ, ໜູນຊ່ວຍ ຫວຽດນາມ ໃນວິວັດການພັດທະນາແບບຍືນຍົງ ແລະ ວັດທະນາຖາວອນ. ທ່ານປະທານທະນາຄານ Standard Chartered ສະເໜີໃຫ້ບາງເນື້ອໃນການຮ່ວມມືຢູ່ ຫວຽດນາມ ເພື່ອເຂົ້າຮ່ວມຂົງເຂດປະກັນໄພ, ການຄ້າ, ການບໍລິການ, ການຂາຍຍ່ອຍໃຫ້ຫຼາຍກວ່າອີກ; ປະກອບສ່ວນເຂົ້າໃນການເຕີບໂຕແບບຍືນຍົງ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ຜ່ານຂໍ້ຕົກລົງຮ່ວມມືສະບັບຕ່າງໆທີ່ມີມູນຄ່າຫຼາຍຕື້ USD ແລະ ໃຫ້ການຊ່ວຍເຫຼືອດ້ານເຕັກໂນໂລຢີໃຫ້ແກ່ຄູ່ຮ່ວມມືຂອງ ຫວຽດນາມ…

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ຊົມເຊີຍ, ຕີລາຄາສູງບັນດາການເຄື່ອນໄຫວ ແລະ ແນວຄວາມຄິດຂອງທະນາຄານ Standard Chartered ປະຈຳຫວຽດນາມ. ສະເໜີໃຫ້ທະນາຄານຈົ່ງສືບຕໍ່ເສີມຂະຫຍາຍມູນເຊື້ອດຳເນີນທຸລະກິດມາແຕ່ດົນນານຢູ່ຫວຽດນາມ. ກ່ຽວກັບບັນດາຂໍ້ສະເໜີຂອງທະນາຄານ Standard Chartered, ທ່ານນາຍົກລັດຖະມົນຕີໃຫ້ຮູ້ວ່າ ຫວຽດນາມ ພວມສຸມໃສ່ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ໃນນັ້ນສົ່ງເສີມບັນດາທະນາຄານຕ່າງປະເທດເຂົ້າຮ່ວມການສ້າງໂຄງປະກອບທະນາຄານອ່ອນດ້ອຍກ່ຽວກັບແຫຼ່ງຊັບພະຍາກອນມະນຸດ, ທຶນ, ກຳລັງຄຸ້ມຄອງຄືນໃໝ່. ຫວຽດນາມ ກໍ່ພວມສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ, ໃນນັ້ນມີການຊຸກຍູ້ການຫັນລະບົບທະນາຄານເປັນດີຈີຕອນ ເພື່ອດຶງດູດການລົງທຶນຈາກຕ່າງປະເທດກວ່າ. ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ, ກາລະໂອກາດຂອງບັນດານັກລົງທຶນຕ່າງປະເທດຢູ່ ຫວຽດນາມ ແມ່ນໃຫຍ່ຫຼວງທີ່ສຸດ ເມື່ອ ຫວຽດນາມ ໄດ້ລົງນາມໃນສັນຍາການຄ້າເສລີ (FTA) ກັບ 60 ປະເທດ, ໃນນັ້ນມີບັນດາພື້ນຖານເສດຖະກິດ, ຕະຫຼາດໃຫຍ່ທີ່ສຸດໃນໂລກ.
(ແຫຼ່ງຄັດຈາກ VOV)

top