ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຍົກ​ອອກສານ​ 5 ປະ​ການ​ຢູ່ກອງ​ປະ​ຊຸມ​ສຸດຍອດ​ວິ​ສາ​ຫະ​ກິດ ອາ​ຊຽນ - ອີ​ຢູ

ຕອນບ່າຍວັນທີ 13 ທັນວາ, ຢູ່ນະຄອນຫຼວງ ບຣຸກແຊນ, ປະເທດ ແບນຊິກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມສຸດຍອດທຸລະກິດ ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ ແລະ ສະຫະພາບເອີຣົບ (ອາຊຽນ - ອີຢູ) ດ້ວຍຫົວຂໍ້ “ເພີ່ມທະວີດ້ານການຄ້າ ອາຊຽນ - ອີຢູ: ພັດທະນາແບບຍືນຍົງໃຫ້ແກ່ທຸກຄົນ”. ນີ້ແມ່ນກອງປະຊຸມຢູ່ນອກກອງປະຊຸມສຸດຍອດ ສະເຫຼີມສະຫຼອງ 45 ປີ ແຫ່ງການພົວພັນ ອາຊຽນ - ອີຢູ.
  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ  

ໃນບົດກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຍົກອອກສານ 5 ປະການ. ຕາມນັ້ນແລ້ວ, ທີໜຶ່ງ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ບັນດາວິສາຫະກິດ ຕ້ອງເພີ່ມທະວີການເຊື່ອມຕໍ່, ບັນດາປະເທດຕ້ອງຫັນຂໍ້ກຳນົດຕ່າງໆໃຫ້ກົມກຽວບົນຫຼັກການກົມກຽວຜົນປະໂຫຍດ, ແບ່ງປັນຄວາມສ່ຽງລະຫວ່າງ ພາກລັດ, ວິສາຫະກິ ແລະ ປະຊາຊົນ. ທີສອງ, ທ່ານຖືວ່າ ການປ່ຽນແປງຂອງດິນຟ້າອາກາດແມ່ນບັນຫາທົ່ວໂລກ ສະນັ້ນຕ້ອງມີວິທີສຳຜັດທົ່ວໂລກ, ເພີ່ມທະວີຄວາມສາມັກຄີສາກົນ, ເຄົາລົບລັດທິຫຼາຍຝ່າຍ. ທີສາມແມ່ນ, ກ່ຽວກັບການພົວພັນດ້ານການຄ້າ ອາຊຽນ - ອີຢູ, ບັນດາປະເທດຕ້ອງສ້າງກອບນິຕິກຳໃຫ້ສຳເລັດ, ສ້າງເງື່ອນໄຂດີທີ່ສຸດເພື່ອໃຫ້ບັນດາວິສາຫະກິດເຊື່ອມຕໍ່ຢ່າງແຮງ. ທີສີ່ແມ່ນ, ບັນດາປະເທດ ຕ້ອງສ້າງຄວາມສະດວກໃຫ້ວິສາຫະກິດຫຼາຍກວ່າອີກ ດ້ວຍການເຈລະຈາ, ລົງນາມໃນສັນຍາການຄ້າເສລີ, ສັນຍາອາລັກຂາການລົງທຶນ, ຫຼີກລ້ຽງການເກັບພາສີຊ້ອນ, ສິນຄ້າຜ່ານດ່ານຢ່າງວ່ອງໄວ. ບັນດາວິສາຫະກິດຕ້ອງສຸມໃສ່ບາງຂົງເຂດ: ເສດຖະກິດດີຈີຕອນ; ເສດຖະກິດສີຂຽວ, ເສດຖະກິດໝູນວຽນ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ; ຄວາມໝັ້ນຄົງດ້ານສະບຽງອາຫານ; ຄວາມໝັ້ນຄົງດ້ານພະລັງງານ; ຄວາມປອດໄພທາງເຄືອຂ່າຍອິນເຕີເນັດ. ທີຫ້າ, ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ຫວຽດນາມ ພວມມານະພະຍາຍາມສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ ແລະ ເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນຢ່າງຕັ້ງໜ້າ, ເລິກຊິ່ງກວ້າງຂວາງ, ແທດຈິງ, ມີປະສິດທິຜົນ, ຖືເອົາກຳລັງແຮງພາຍໃນເປັນພື້ນຖານ, ຍຸດທະສາດ, ຍາວນານ, ຕັດສິນ ແລະ ກຳລັງແຮງພາຍນອກເປັນສຳຄັນ ແລະ ບຸກທະລຸ.

ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຍິນດີຕ້ອນຮັບວິສາຫະກິດມາລົງທຶນ, ດຳເນີນທຸລະກິດຍາວນານ ໃຫ້ຄຳໝັ້ນສັນຍາຮັກສາສະຖຽນລະພາບດ້ານການເມືອງຄວາມເປັນລະບຽບຮຽບຮ້ອຍ, ປອດໄພທາງສັງຄົມ, ພ້ອມທັງຮັກສາສະຖຽນລະພາບນະໂຍບາຍຍາວນານ ເພື່ອໃຫ້ບັນດານັກລົງທຶນດຳເນີນທຸລະກິດ, ຮັກສາຕົ້ນທຶນ, ມີກຳໄລ  ແລະ ພັດທະນາ.

ກ່ອນໜ້ານັ້ນ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພ້ອມດ້ວຍການນຳບັນດາປະເທດເຂົ້າຮ່ວມວາລະເຮັດວຽກໂດຍສະພາດຳເນີນທຸລະກິດ ອີຢູ - ອາຊຽນ ຈັດຂຶ້ນ.


top