ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຍົກ​ອອກ 5 ບັນ​ຫາ​ເພື່ອ​ໃຫ້​ຜະ​ລິດ​ຕະ​ພັນ​ໝາກ​ໄມ້ OCOP ພັດທະນາແບບຍືນຍົງ

ນີ້ແມ່ນເຫດການທີ່ມີຄວາມໝາຍສໍາຄັນ, ສ້າງເງື່ອນໄຂເພື່ອໃຫ້ແຂວງ ເຊີນລາ ແລະ ບັນດາແຂວງ, ນະຄອນໃນທົ່ວປະເທດໄດ້ພົບປະ,ແລກປ່ຽນ,ໂຄສະນາກ່ຽວກັບຄວາມສາມາດ ບົ່ມຊ້ອນ ແລະ ໂອກາດສົ່ງເສີມການຄ້າ, ເຊື່ອມຕໍ່ຕະຫຼາດຈໍາໜ່າຍໝາກໄມ້ ແລະ ຜະລິດຕະພັນ OCOP ອອກສູ່ຕະຫຼາດພາຍໃນ ແລະ ຕ່າງປະເທດ, ປະກອບສ່ວນຟື້ນຟູ ແລະ ພັດທະນາເສດຖະກິດສັງຄົມພາຍຫຼັງໂລກລະບາດໂຄວິດ - 19.

ນີ້ແມ່ນເຫດການທີ່ມີຄວາມໝາຍສໍາຄັນ, ສ້າງເງື່ອນໄຂເພື່ອໃຫ້ແຂວງ ເຊີນລາ ແລະ ບັນດາແຂວງ, ນະຄອນໃນທົ່ວປະເທດໄດ້ພົບປະ,ແລກປ່ຽນ,ໂຄສະນາກ່ຽວກັບຄວາມສາມາດ ບົ່ມຊ້ອນ ແລະ ໂອກາດສົ່ງເສີມການຄ້າ, ເຊື່ອມຕໍ່ຕະຫຼາດຈໍາໜ່າຍໝາກໄມ້ ແລະ ຜະລິດຕະພັນ OCOP ອອກສູ່ຕະຫຼາດພາຍໃນ ແລະ ຕ່າງປະເທດ, ປະກອບສ່ວນຟື້ນຟູ ແລະ ພັດທະນາເສດຖະກິດສັງຄົມພາຍຫຼັງໂລກລະບາດໂຄວິດ - 19.

   
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຍົກອອກ 5 ບັນຫາຂອງຂະແໜງກະສິກໍາຄວນສຸມໃສ່ແກ້ໄຂເພື່ອໃຫ້ຜະລິດຕະພັນໝາກໄມ້ OCOP ພັດທະນາແບບຍືນຍົງ 

ໂດຍສືບຕໍ່ການປະຕິບັດງານຢູ່ແຂວງ ເຊີນລາ, ຕອນຄໍ່າວັນທີ 28 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີໄຂ Festival ໝາກໄມ້ ແລະ ຜະລິດຕະພັນ OCOP ຫວຽດນາມ ປີ 2022, ເຊິ່ງຈັດຂຶ້ນຢູ່ສະໜາມຫຼວງ ເຕີຍບັກ, ແຂວງ ເຊີນລາ. ນີ້ແມ່ນເຫດການທີ່ມີຄວາມໝາຍສໍາຄັນ, ສ້າງເງື່ອນໄຂເພື່ອໃຫ້ແຂວງ ເຊີນລາ ແລະ ບັນດາແຂວງ, ນະຄອນໃນທົ່ວປະເທດໄດ້ພົບປະ,ແລກປ່ຽນ,ໂຄສະນາກ່ຽວກັບຄວາມສາມາດ ບົ່ມຊ້ອນ ແລະ ໂອກາດສົ່ງເສີມການຄ້າ, ເຊື່ອມຕໍ່ຕະຫຼາດຈໍາໜ່າຍໝາກໄມ້ ແລະ ຜະລິດຕະພັນ OCOP ອອກສູ່ຕະຫຼາດພາຍໃນ ແລະ ຕ່າງປະເທດ, ປະກອບສ່ວນຟື້ນຟູ ແລະ ພັດທະນາເສດຖະກິດສັງຄົມພາຍຫຼັງໂລກລະບາດໂຄວິດ - 19. ກ່າວຄໍາເຫັນທີ່ພິທີໄຂ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຍົກອອກ 5 ບັນຫາຂອງຂະແໜງກະສິກໍາຄວນສຸມໃສ່ແກ້ໄຂເພື່ອໃຫ້ຜະລິດຕະພັນໝາກໄມ້ OCOP ພັດທະນາແບບຍືນຍົງ, ນັ້ນແມ່ນ: ສ້າງເຄື່ອງໝາຍການຄ້າ; ວາງແຜນກຳນົດ ແລະ ພັດທະນາແຫຼ່ງວັດຖຸດິບ; ພັດທະນາກະສິກໍາອົງຄະທາດ; ໝູນໃຊ້ເຕັກໂນໂລຢີສູງ, ເຕັກໂນໂລຢີປຸງແຕ່ງ, ເຕັກໂນໂລຢີເກັບຮັກສາພາຍຫຼັງເກັບກູ້; ໜູນຊ່ວຍດ້ານທຶນຮອນ, ລະດົມແຫຼ່ງກໍາລັງ, ລົງທຶນດ້ວຍຫຼາຍຮູບແບບ ໂດຍຜ່ານການຫັນເປັນສັງຄົມ ແລະ ການຮ່ວມມືລະຫວ່າງພາກລັດ - ພາກເອກະຊົນ; ພັດທະນາ ແລະ ເປີດກວ້າງຕະຫຼາດ, ຍູ້ແຮງການເຂົ້າຮ່ວມລະບົບການສະໜອງຢູ່ພາຍໃນປະເທດ ແລະ ສາກົນ. ທ່ານກ່າວວ່າ:

     “ເພື່ອພັດທະນາກະສິກໍາຢ່າງມີປະສິດທິຜົນ ແລະ ເພີ່ມມູນຄ່າ, ຂະແໜງກະສິກໍາເວົ້າລວມ ແລະ ເຊີນລາ ເວົ້າສະເພາະ ຄວນສຸມໃສ່ ການພັດທະນາລະບົບກະສິກໍາ, ລະບົບຊີວະພາບໝາກໄມ້, ສ້າງເສດຖະກິດສີຂຽວ, ເສດຖະກິດໝູນວຽນໃນກະສິກໍາ ປະກອບສ່ວນປົກປັກຮັກສາສິ່ງແວດລ້ອມ, ຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ,ສົ່ງເສີມການເລີ່ມດໍາເນີນທຸລະກິດຢ່າງປະດິດຄິດສ້າງ ແລະ ຍູ້ແຮງການຫັນເປັນດີຈີຕອນໃນຂົງເຂດກະສິກໍາ, ຫັນຕະຫຼາດ ສົ່ງອອກເປັນຫຼາຍຮູບຫຼາຍແບບ... ນີ້ແມ່ນການກໍານົດທິດຍຸດທະສາດທີ່ເໝາະສົມ ເພື່ອເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າແຮງ, ໂອກາດທີ່ພົ້ນເດັ່ນ, ທ່າໄດ້ປຽບແກ້ງແຍ້ງອື່ນຂອງແຂວງ ເຊີນລາ ແລະ ເຂດເຕີຍບັກ”.

     Festival ໝາກໄມ້ ແລະ ຜະລິດຕະພັນ OCOP ຫວຽດນາມ ປີ 2022 ຖືກດໍາເນີນໃນລະຫວ່າງວັນທີ 28 – 31 ພຶດສະພາ, ດ້ວຍຂອບຂະໜາດ ຮ້ານວາງສະແດງຫຼາຍກວ່າ 400 ຮ້ານ ແລະ ຮ້ານວາງສະແດງທາງໄກ 65 ຮ້ານ ຂອງບັນດາອົງການຈັດຕັ້ງ, ວິສາຫະກິດ, ສະຫະກອນທີ່ມາຈາກ 63 ແຂວງ, ນະຄອນ ໃນທົ່ວປະເທດ.

     ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໄປຢ້ຽມຢາມ ເຂດຜະລິດກະສິກໍາໃນບໍລິເວນແຂວງເຊີນລາ./.

(ແຫຼ່ງຄັດຈາກ VOV)


top