ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ກຸ່ມ​ກ້ອນມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ຕັດ​ສິນ ໄຊ​ຊະ​ນະ ແລະ ​​ປະ​ລາ​ໄຊ ຂອງການ​ປະ​ຕິ​ວັດ

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງແນວໂຮມປະເທດຊາດ ຫວຽດນາມ ເອກະພາບ ຄົບຮອບ 92 ປີ (18/11/1930 - 18/11/2022), ຕອນເຊົ້າວັນທີ 17 ພະຈິກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ ຢູ່ເມືອງ ຟອງດ່ຽນ, ນະຄອນ ເກີ່ນເທີ.

    ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ວັນບຸນ 

ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ ແມ່ນແຜນນະໂຍບາຍຍຸດທະສາດ, ມີຄວາມໝາຍເປັນຕາຍ, ຕັດສິນໄຊຊະນະ ແລະ ປະລາໄຊຂອງການປະຕິວັດ, ແມ່ນປັດໄຈສຳຄັນລຸລ່ວງໃນແນວທາງຍຸດທະສາດປະຕິວັດຂອງພັກຄອມມູນິດ ຫວຽດນາມ. ໂດຍຜ່ານຜ່າໄລຍະເວລາ 19 ປີ, ການຈັດຕັ້ງວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດຢູ່ເຂດຊຸມຊົນໄດ້ກາຍເປັນມູນເຊື້ອ, ນຳວຽກງານແນວໂຮມຫຍັບເຂົ້າໃກ້ວົງຄະນະຍາດຊຸມຊົນ, ມຸ່ງໄປເຖິງແຕ່ລະຄອບຄົວ ແລະ ປະຊາຊົນແຕ່ລະຄົນ; ພິເສດແມ່ນນຳເອົາອົງການຈັດຕັ້ງ ພັກ, ລັດ ຫຍັບເຂົ້າໃກ້ປະຊາຊົນຫຼາຍກວ່າ. ສະນັ້ນ, ທ່ານສະເໜີໃຫ້ແນວໂຮມປະເທດຊາດ ແລະ ບັນດາອົງການຈັດຕັ້ງມະຫາຊົນ, ປະຊາຊົນ ຈົ່ງສືບຕໍ່ປ່ຽນແປງໃໝ່ເນື້ອໃນ, ແບບວິທີການຈັດຕັ້ງເຄື່ອນໄຫວ; ປັບປຸງກຸ່ມກ້ອນມະຫາສາມັກຂອງທົ່ວປວງຊົນທັງຊາດໃຫ້ເປັນປຶກແຜ່ນແໜ້ນໜາ; ຈັດຂະບວນການລະດົມກຳລັງໃຈໃຫ້ແທດຈິງ, ຕິດແທດກັບເປົ້າໝາຍ, ໜ້າທີ່ພັດທະນາເສດຖະກິດ - ສັງຄົມ, ຮັກສາການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຂອງປະເທດຊາດ.

top