ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມມ​ິງ​ຈິງ ແລະ ທ່ານ​ຮອງ​ປະ​ທານ​າ​ທິ​ບໍ​ດີ ຕວັກ​ກີ ​ຖະ​ແຫຼງ​ຂ່າ​ວ​ສື່ມວນ​ຊົນ

ຕອນບ່າຍວັນທີ 29 ພະຈິກ ຕາມເວລາທ້ອງຖິ່ນ, ຢູ່ຕວັກກີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານຮອງປະທານາທິບໍດີ ຕວັກກີ Cevdet Yilmaz ໄດ້ຖະແຫຼງຂ່າວສື່ມວນຊົນພາຍຫຼັງການເຈລະຈາ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານຮອງປະທານາທິບໍດີ ຕວັກກີ ຖະແຫຼງຂ່າວສື່ມວນຊົນ

ທີ່ການຖະແຫຼງຂ່າວ, ສອງທ່ານໄດ້ໃຫ້ຮູ້ວ່າ ການນຳສອງປະເທດລ້ວນແຕ່ເຫັນດີເປັນເອກະພາບກ່ຽວກັບຄວາມສາມາດບົ່ມຊ້ອນ ໃນການຮ່ວມມືອັນຍິ່ງໃຫຍ່ ລະຫວ່າງ ຫວຽດນາມ ແລະ ຕວັກກີ, ຢັ້ງຢືນຄວາມຕັດສິນໃຈຂອງລັດ, ພັກ ແລະປະຊາຊົນສອງປະເທດ ໃນການຊຸກຍູ້ການຮ່ວມມືຢ່າງຮອບດ້ານລະຫວ່າງ ຫວຽດນາມ ແລະ ຕວັກກີ ໃຫ້ຫຼາຍກ່ວາອີກ.

ສອງຝ່າຍໄດ້ເຫັນດີເປັນເອກະພາບຫຼາຍມາດຕະການເພື່ອແນໃສ່ຍົກສູງປະທິສິດທິຜົນໃນການຮ່ວມມືສອງຝ່າຍໃຫ້ຫຼາຍກ່ວາອີກໃນບັນດາຂົງເຂດຄື: ການເມືອງ, ການທູດ, ເສດຖະກິດ, ການຄ້າ, ການລົງທຶນ. ກ່ຽວກັບດ້ານການເມືອງສອງຝ່າຍ ເຫັນດີຈະປັບປຸງ ການພົວພັນ ແລະ ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນໃນທຸກຊ່ອງທາງ, ສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາອົງການຈັດຕັ້ງ, ເວທີປາໄສສາກົນ, ປະຕິບັດສຳເລັດການເປີດສະຖານກົງສູນໃຫຍ່ຂອງຕວັກກີ ປະຈຳ ນະຄອນ ໂຮ່ຈີມິນ.

 


top