ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Olaf Scholz: ເຢຍ​ລະ​ມັນ ແລະ ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ສຳ​ຄັນ​ຂອງ​ກັນ

ຕອນເຊົ້າວັນທີ 14 ພະຈິກ, ທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz ໄດ້ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນ 2 ວັນຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ.

ຕອນເຊົ້າວັນທີ 14 ພະຈິກ, ທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz ໄດ້ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນ 2 ວັນຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ.

  ທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz (ພາບ: VGP)  

ຜ່ານສື່ສັງຄົມອອນໄລ Twitter, ທ່ານນາຍົກລັດຖະມົນຕີ Olaf Scholz ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການຕ້ອນຮັບຢ່າງສະຫງ່າຜ່າເຜີຍ ຕໍ່ຄະນະຜູ້ແທນເຢຍລະມັນຢູ່ ຫວຽດນາມ, ທ່ານກໍ່ຢັ້ງຢືນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງເຢຍລະມັນ.

ໃນຂະນະນັ້ນ, ທ່ານເອກອັກຄະລັດຖະທູດ ເຢຍລະມັນ ປະຈຳຮ່າໂນ້ຍ ກໍ່ຕີລາຄາສູງໝາກຜົນຂອງການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ Olaf Scholz, ທ່ານກໍ່ຢັ້ງຢືນວ່າການຢ້ຽມຢາມປະສົບຜົນສຳເລັດທີ່ສຸດ, ໃນນັ້ນມີບັນດາການເຄື່ອນໄຫວສຳຄັນທີ່ໄດ້ດຳເນີນໃນວັນທີ 13 ພະຈິກ ແມ່ນການເຈລະຈາ ກັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ພົບປະກັບທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ. ນອກຈາກນັ້ນ, ທ່ານນາຍົກລັດຖະມົນຕີ Olaf Scholz ກໍ່ຢ້ຽມຢາມສະຖານທີ່ທີ່ມືຊື່ສຽງດີໜອງຮ່ວານກຽມ, ຜ່ານນັ້ນກໍ່ຊອກຮູ້ກ່ຽວກັບວັດທະນະທຳ ແລະ ການດຳລົງຊີວິດຂອງຊາວຫວຽດນາມ.

ໃນເວັບໄຊຂອງລັດຖະບານເຢຍລະມັນກໍ່ໄດ້ລົງຂ່າວຢ່າງສະຫງ່າຜ່າເຜີຍກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ Olaf Scholz, ທ່ານກໍ່ເນັ້ນໜັກວ່າ ການຢ້ຽມຢາມ ຫວຽດນາມ ຈະປະກອບສ່ວນເຂົ້າໃນການປັບປຸງຄວາມເປັນລະບຽບຮຽບຮ້ອຍສາກົນ ກໍ່ຄືການພົວພັນທາງການຄ້າລະຫວ່າງສອງປະເທດ.


top