ຂ່າວສານ

ທ່ານ​ນາ​ງ​ຮອງ​ປະ​ທານ​ຜູ້​ປະ​ຈຳ​​ການສະ​ພາ​ແຫ່ງ​ຊາດ​ຕອງ​ທິ​ຟອງ​ຢ້ຽມ​ຢາມ​ແຂວງ ກວ໋າງ​ນາມ

ຕອນເຊົ້າວັນທີ 2 ມິຖຸນາ, ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດຫວຽດນາມ ຕອງທິຟອງ ໄດ້ໄປຖະຫວາຍດອກໄມ້ທູບທຽນອາໄລຫາບັນດານັກວິລະຊົນ ນັກຮົບເສຍສະຫຼະຊີວິດເພື່ອຊາດ, ແມ່ຫວຽດນາມວິລະຊົນຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ແລະ ອະນຸສາວະລີແມ່ຫວຽດນາມວິລະຊົນຢູ່ຕາແສງຕາມຝູ ນະຄອນຕາມກີ່ ແຂວງກວ໋າງນາມ.


ທ່ານນາງຕອງທິຟອງ ມອບຂອງຂວັນໃຫ້ແກ່ບັນດານ້ອງນັກຮຽນທຸກຍາກແຕ່ຮຽນເກັ່ງຢູ່ບ້ານຮ່ວາບິນ

 (ພາບ: http://www.sggp.org.vn)


 ເນື່ອງໃນໂອກາດວັນເດັກນ້ອຍສາກົນທີ 1 ມິຖຸນາ,  ທ່ານນາງຮອງປະທານຜູ້ປະຈຳສະພາແຫ່ງຊາດຕອງທິຟອງ ຍັງໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແກ່ບັນດານ້ອງນັກຮຽນທຸກຍາກແຕ່ຮຽນເກັ່ງຢູ່ບ້ານຮ່ວາບິນ ທີ່ເມືອງຝູນິງ ແຂວງກວ໋າງນາມ.

  ແລະກໍ່ໃນ ຕອນເຊົ້າວັນທີ 2 ມິຖຸນາ, ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດຕອງທິຟອງ ກໍ່ໄດ້ໄປຖະຫວາຍດອກໄມ້ທູບທຽນຢູ່ຫໍອະນຸສາວະລີ ນັກວິລະຊົນ ນັກຮົບເສຍສະຫຼະຊີວິດເພື່ອຊາດ ຫງວຽນວັນໂຈ້ຍ ຢູ່ເທດສະບານດ້ຽນບານ ແຂວງກວ໋າງນາມ.

 (ແຫຼ່ງຄັດຈາກ VOV)


top