ຂ່າວສານ

ທ່ານ​ນາຍົກລັດຖະມົນຕີຫວຽດນາມຫງວຽນຊວັນ​ຟຸກຕ້ອນຮັບ​ເອກ​ອັກຄະ​ລັດຖະທູດກໍາປູ​ເຈຍ

ຕອນບ່າຍວັນທີ 27 ມີນາ, ຢູ່ສໍານັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນຊວັນຸກໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດແຫ່ງລາຊະອານາຈັກກໍາປູເຈຍປະຈໍາ ຫວຽດນາມ Chay Navuth. 

ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນຊວັນຕ້ອນຮັບທ່ານເອກອັກຄະລັດຖະທູດແຫ່ງລາຊະອານາຈັກກໍາປູເຈຍປະຈໍາ ຫວຽດນາມ Chay Navuth.  (ພາບ: VOV)

ນະທີ່ນີ້, ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນຊວັນຟຸກໃຫ້ຮູ້ວ່າລັດຖະບານຫວຽດນາມໄດ້ຕົກລົງໜູນຊ່ວຍ ອຸປະກອນການແພດຈໍານວນໜຶ່ງທີ່ມີມູນຄ່າ 100.000 USD ໃຫ້ແກ່ລັດຖະບານ ແລະ ປະຊາຊົນກໍາປູເຈຍ. ກະຊວງສາທາລະນະສຸກຫວຽດນາມຈະໜູນຊ່ວຍກໍາປູເຈຍຊຸດ Kit ຈໍານວນໜຶ່ງໂດຍມີມູນຄ່າກວ່າ 200.000 USD ເພື່ອນຳໃຊ້ເຂົ້າໃນການກວດພົບເຊື້ອໄວຣັດ SARS-CoV-2. ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນຊວັນຟຸກກໍສະເໜີໃຫ້ຝ່າຍກໍາປູເຈຍເພີ່ມທະວີວຽກງານຄວບຄຸມຊາຍແດນເພື່ອປ້ອງກັນ ແລະ ສະກັດກັ້ນໂລກລະບາດແຕ່ກໍ່ຕ້ອງເອື້ອອໍານວຍຄວາມສະດວກໃຫ້ແກ່ການຈໍລະຈອນສິນຄ້າຜ່ານຊາຍແດນ; ເພີ່ມທະວີການຮ່ວມມືໃນບາງຂົງເຂດຄືການເງິນ, ຄົມມະນາຄົມ; ພ້ອມທັງຢັ້ງຢືນວ່າຈະຊ່ວຍກໍາປູເຈຍເພີ່ມທະວີການບໍາລຸງສ້າງໃຫ້ແກ່ພະນັກງານໃນຂົງເຂດປ້ອງກັນຊາດ - ປ້ອງກັນຄວາມສະຫງົບ.

ສ່ວນທ່ານເອກອັກຄະລັດຖະທູດ Chay Navuth ກໍຢັ້ງຢືນວ່າໃນອາຍຸການປະຕິບັດງານຂອງຕົນ ທ່ານເອງຈະເປັນຂົວຕໍ່ເພື່ອປັບປຸງ, ພັດທະນາການພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມ, ໄມຕີຈິດມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານອັນໝັ້ນແກ່ນລະຫວ່າງສອງປະເທດ.

(ແຫຼ່ງຄັດຈາກ VOV)


top