ຂ່າວສານ

ທ່ານ​ນາຍົກລັດຖະມົນຕີຄົນ​ໃໝ່ຂອງ ຝລັ່ງ Jean Castex ຮັບ​ການ​ມອບ​ສິດ​ອໍານາດ

ທ່ານອະດີດນາຍົກລັດຖະມົນຕີຝລັ່ງ Edouard Philippe ໄດ້ອວຍພອນທ່ານນາຍົກລັດຖະມົນຕີຄົນໃໝ່ Jean Castex. 

ທ່ານ Jean Castex  ນາຍົກລັດຖະມົນຕີຄົນໃໝ່ຂອງຝລັ່ງ (ເບື້ອງຂວາມື) (ພາບ: VOV)

ໃນຕອນບ່າຍວັນທີ 03 ກໍລະກົດ, ພາຍຫຼັງທ່ານປະທານາທິບໍດີ ຝລັ່ງ ແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີ, ນາຍົກລັດຖະມົນຕີຄົນໃໝ່ຂອງຝລັ່ງ, ທ່ານ Jean Castex ແລະ ທ່ານອະດີດນາຍົກລັດຖະມົນຕີຝລັ່ງ Edouard Philippe ໄດ້ດໍາເນີນການມອບໂອນສິດອໍານາດ.

        ພິທີມອບ - ຮັບໄດ້ຈັດຂຶ້ນຢູ່ວັງ Matignon, ທ່ານອະດີດນາຍົກລັດຖະມົນຕີຝລັ່ງ Edouard Philippe ໄດ້ອວຍພອນທ່ານນາຍົກລັດຖະມົນຕີຄົນໃໝ່ ແລະ ສະແດງຄວາມເຊື່ອໝັ້ນຕໍ່ຄວາມສາມາດຂອງທ່ານ Jean Castex ວ່າຈະປະຕິບັດໜ້າທີ່ຂອງຜູ້ນໍາໜ້າລັດຖະບານໄດ້ເປັນຢ່າງດີໃນໄລຍະຈະມາເຖິງ.

        ໃນຂະນະນັ້ນ, ເມື່ອໄດ້ຮັບຕໍາແໜ່ງໃໝ່, ທ່ານນາຍົກລັດຖະມົນຕີຄົນໃໝ່ຂອງຝລັ່ງ Jean Castex ໄດ້ຮຽກຮ້ອງໃຫ້ທົ່ວປະເທດຈົ່ງສາມັກຄີ ພ້ອມກັນຕໍ່ສູ້ຕ້ານຄືນບັນດາວິກິດການທີ່ເກີດຂຶ້ນໃນປັດຈຸບັນ.

(ແຫຼ່ງຄັດຈາກ VOV)


top