ຂ່າວສານ

ທ່ານໝໍຫວຽດ ຢ້ຽມຢາມ, ກວດພະຍາດ, ແຈກຢາໃຫ້ປະຊາຊົນລາວ

ຄະນະແພດໝໍ ຫວຽດນາມ ກໍ່ໄດ້ມອບຂອງຂວັນ ໃຫ້ແກ່ຊາວຫວຽດນາມ ແລະ ຊາວລາວ 500 ຄົນ ທີ່ປະສົບກັບຄວາມຫຍຸ້ງຍາກ, ຂອງຂວັນແຕ່ລະພູດມີມູນຄ່າ 1 ລ້ານດົ່ງ.
  ທ່ານໝໍຫວຽດກວດພະຍາດ, ແຈກຢາໃຫ້ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ປະຊາຊົນລາວ (ພາບ: VOV)  

 ທ້າຍອາທິດຜ່ານມາ, ຄະນະກຳມະການກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດນະຄອນໂຮ່ຈີມິນ ໄດ້ສົມທົບກັບສະຖານທູດ ຫວຽດນາມ ປະຈຳ ລາວ, ສະມາຄົມຊາວຫວຽດນາມ ທີ່ນະຄອນຫຼວງວຽງຈັນ ຈັດຕັ້ງການກວດພະຍາດໃຫ້ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ປະຊາຊົນລາວທີ່ປະສົບກັບຄວາມຫຍຸ້ງຍາກຢູ່ນະຄອນຫຼວງວຽງຈັນ. ຄະນະແພດໝໍ ຫວຽດນາມ ກໍ່ໄດ້ມອບຂອງຂວັນ ໃຫ້ແກ່ຊາວຫວຽດນາມ ແລະ ຊາວລາວ 500 ຄົນ ທີ່ປະສົບກັບຄວາມຫຍຸ້ງຍາກ, ຂອງຂວັນແຕ່ລະພູດມີມູນຄ່າ 1 ລ້ານດົ່ງ. ແພດການຢາ ກາວທິມິງຕວຽດ, ສະມາຊິກຄະນະແພດໝໍຄັ້ງນີ້ໃຫ້ຮູ້ວ່າ:

ເມື່ອໄດ້ຮູ້ຂ່າວວ່າ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ເປັນຕົ້ນແມ່ນໃນຂົງເຂດການແພດ, ພວກຂ້າພະເຈົ້າສັບຊ້ອນວຽງງານເພື່ອຈົດທະບຽນເຂົ້າຮ່ວມ. ພວກຂ້າພະເຈົ້າເປີດຫ້ອງກວດຂະແໜງພາຍໃນ, ຂະແໜງການຢາພື້ນເມືອງ, ຂະແໜງຕາ, ການຢາ ແລະ ສົມທົບກັບຜູ້ອາສາສະໝັກໃນວຽກງານແປສາພາເພື່ອຮັບໃຊ້ໃຫ້ການກວດພະຍາດໃຫ້ພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ກໍ່ຄືປະຊາຊົນລາວປະສົບກັບຄວາມຫຍຸ້ງຍາກ.

ການເຄື່ອນໄຫວເພື່ອການກຸສົນໂດຍສະໝັກໃຈຄັ້ງນີ້ ໄດ້ປະກອບສ່ວນເພີ່ມທະວີການພົວພັນມິດຕະພາບແຮກສ່ຽວລະຫວ່າງ ນະຄອນໂຮ່ຈີມິນ ແລະ ນະຄອນຫຼວງວຽງຈັນ.


top