ຂ່າວສານ

ທ່ານໝໍ Kong Savin ມີຄວາມປາດຖະໜາວ່າ ປະຊາຊົນຈະມີຄວາມເຊື່ອໝັ້ນຕໍ່ພື້ນຖານສາທາລະນະສຸກຂອງປະເທດໃຫ້ຫຼາຍກວ່າອີກ

ໂດຍຕັ້ງຢູ່ເມືອງ Meanchay, ຫ່າງຈາກໃຈກາງນະຄອນຫຼວງ ພະນົມເປັນ, ປະເທດກຳປູເຈຍ ເກືອບ 10 ກິໂລແມັດ, ແຕ່ດົນນານມາແລ້ວ, ໂຮງໝໍ ເຈິເຣີ໊ຍ ພະນົມເປັນ ກໍ່ເປັນສະຖານທີ່ທີ່ໄວ້ວາງໃຈສຳລັບປະຊາຊົນ ກຳປູເຈຍ. ນີ້ກໍແມ່ນກິດຈະກຳສາທາລະນະສຸກທີ່ພົ້ນເດັ່ນຂອງການຮ່ວມມືລະຫວ່າງ ຫວຽດນາມ - ກຳປູເຈຍ. ນອກຈາກກຳລັງພະນັກງານຫຼັກແຫຼ່ງຮັບຜິດຊອບວິຊາສະເພາະທີ່ໄດ້ຮັບການແຕ່ງຕັ້ງໂດຍກົງຈາກໂຮງໝໍ ເຈິເຣີ໊ຍ ນະຄອນ ໂຮ່ຈີມິນ ແລ້ວ, ຍັງມີພະນັກງານການແພດທີ່ສະໝັກຢູ່ ກຳປູເຈຍ ອີກດ້ວຍ. ໜຶ່ງໃນນັ້ນ ມີທ່ານໝໍ Kong Savin - ອະດີດນັກສຶກສາ ມະຫາວິທະຍາໄລການຢາ ແຂວງ ຖ໊າຍບິ່ງ ຂອງ ຫວຽດນາມ.
  ທ່ານໝໍ Kong Savin  

 ພາຍຫຼັງໄລຍະຮ່ຳຮຽນ, ຄົ້ນຄວ້າຢູ່ມະຫາວິທະຍາໄລການຢາ ຖ໊າຍບິ່ງ, ປີ 2020, Kong Savin ໄດ້ກັບເມຶອປະເທດອຸທິດສ່ວນໃຫ້ແກ່ຂະແໜງສາທາລະນະສຸກຂອງປະເທດຕົນ. ຫຼັງຈາກນັ້ນ, Kong Savin ໄດ້ຮັບສະໝັກເຂົ້າເຮັດວຽກຢູ່ໂຮງໝໍ ເຈິເຣີ໊ຍ ພະນົມເປັນ. ເມື່ອເວົ້າກ່ຽວກັບເຫດຜົນທີ່ເຂົ້າມາເຮັດວຽກຢູ່ທີ່ນີ້, Kong Savin ແບ່ງປັນວ່າ ໂຮງໝໍ ເຈິເຣີ໊ຍ ພະນົມເປັນ ແມ່ນໂຮງໝໍມີພື້ນຖານໂຄງລ່າງ ແລະ ເຄື່ອງຈັກອຸປະກອນທີ່ກ້າວໜ້າ, ທັນສະໄໝ, ແມ່ນບ່ອນເຕົ້າໂຮມຖັນແຖວພະນັກງານແພດໝໍທີ່ມີລະບັບຄວາມຮູ້ດ້ານວິຊາສະເພາະສູງ ແລະ ໄດ້ເຂົ້າຮ່ວມຊຸດຝຶກອົບຮົມຕ່າງໆ ໂດຍທ່ານໝໍ, ນັກຊ່ຽວຊານຈາກໂຮງໝໍໃຫຍ່ແຫ່ງຕ່າງໆຂອງ ຫວຽດນາມ ມາແນະນຳໂດຍກົງ ເພື່ອຍົກສູງວິຊາສະເພາະໃຫ້ແກ່ພະນັກງານແພດໝໍ, ທ່ານໝໍ. ທ່ານໝໍ Kong Savin ໃຫ້ຮູ້ວ່າ:

ເຮັດວຽກຢູ່ນີ້ແມ່ນໂອກາດທີ່ດີເພື່ອໃຫ້ຂ້າພະເຈົ້າຝຶກຝົນຫຼໍ່ຫຼອມຖອດຖອນບົດຮຽນບໍ່ພຽງແຕ່ເທົ່ານັ້ນແຕ່ດົນນານມາແລ້ວສະຖານທີ່ແຫ່ງນີ້ ໄດ້ສ້າງຄວາມໄວ້ວາງໃຈສຳລັບຄົນເຈັບຢູ່ ກຳປູເຈຍຖ້າຫາກວ່າ ເມື່ອກ່ອນນີ້ເຂົາເຈົ້າຕ້ອງໄປປິ່ນປົວພະຍາດຢູ່ໂຮງໝໍແຫ່ງຕ່າງໆຂອງ ຫວຽດນາມ ດ້ວຍຈິດຕະສາດທີ່ຢາກໄດ້ທ່ານໝໍ ຫວຽດນາມ ປິ່ນປົວໃຫ້ນັ້ນປັດຈຸບັນທຸກຄົນລ້ວນແຕ່ເຊື່ອໝັ້ນໄປກວດ ແລະ ປິ່ນປົວພະຍາດຢູ່ໂຮງ ເຈິ້ເຣີ໊ຍ ພະນົມເປັນສຳລັບຜູ້ທີ່ທຸກຍາກ ຫຼື ເຈັບເປັນໜັກ ສິ່ງນີ້ແມ່ນມີຄວາມໝາຍທີ່ສຸດຂ້າພະເຈົ້າດີໃຈ ແລະ ເອກອ້າງທະນົງໃຈເມື່ອໄດ້ເຮັດວຽກຢູ່ທີ່ນີ້”.

ຍ້ອນມີຄວາມເຂົ້າໃຈປະຊາຊົນພາຍໃນປະເທດເມື່ອໄປກວດ, ປິ່ນປົວພະຍາດ, ສະນັ້ນ, ເມື່ອມີໂອກາດໄປຮຽນຢູ່ ຫວຽດນາມ, Kong Savin ຍາມໃດກໍພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ ຈາກຄວາມແຕກຕ່າງກ່ຽວກັບວັດທະນະທຳ, ດິນຟ້າອາກາດ... ເພື່ອປະຕິບັດສຳເລັດໜ້າທີ່ຮ່ຳຮຽນ, ປະກອບຄວາມຮູ້ທີ່ເປັນປະໂຫຍດ. Kong Savin ໃຫ້ຮູ້ວ່າ:

ຂ້າພະເຈົ້າມີຄວາມຮູ້ສຶກໂຊກດີເມື່ອໄດ້ໄປຮຽນ, ບຳລຸງສ້າງລົງເລິກຂະແໜງຢູ່ ຫວຽດນາມ. ເມື່ອຮຽນຢູ່ມະຫາວິທະຍາໄລການຢາ ຖ໊າຍບິ່ງ, ຂ້າພະເຈົ້າ ໄດ້ຮັບການໜູນຊ່ວຍຈາກຄູອາຈານຢ່າງສຸດຈິດສຸດໃຈ. ຄວາມຮູ້ທີ່ຮຽນມານັ້ນ ໄດ້ຊ່ວຍຂ້າພະເຈົ້າໝັ້ນໃຈກວ່າໃນການເຮັດວຽກ ກໍຄືຊ່ວຍໃຫ້ປະຊາຊົນປະເທດຕົນມີຄວາມອຸ່ນອ່ຽນໃຈກວ່າເມື່ອໄປກວດ ແລະ ປິ່ນປົວສຸຂະພາບຢູ່ໂຮງໝໍຕ່າງໆຢູ່ພາຍໃນປະເທດ”.

  ທ່ານໝໍ Kong Savin ພ້ອມກັບໝູ່ຮ່ວມອາຊີບ  

 ໃນໄລຍະທີ່ໂລກລະບາດໂຄວິດ - 19 ພວມຄຸກຄາມໄປທົ່ວໂລກ, ບັນດານັກຮົບເສື້ອຂາວພວມມານະພະຍາຍາມຢ່າງສຸດຂີດເພື່ອປະຕິບັດໜ້າທີ່ຕ້ານໂລກລະບາດ ແລະ Kong Savin ກໍເຊັ່ນດຽວກັນ. ລາວແບ່ງປັນວ່າ ຍ້ອນຈຳນວນຄົນເຈັບຫຼາຍ, ການເບິ່ງແຍງດູແລຄົນເຈັບ ລ້ວນແຕ່ແມ່ນພະນັກງານການແພດຂອງພະແນກລາວຮັບຜິດຊອບ ສະນັ້ນ ກຳລັງພະນັກງານການແພດ, ແພດໝໍຕ້ອງມານະພະຍາຍາມທົບ 3 ເທົ່າ, 4 ເທົ່າ ເມື່ອທຽບໃສ່ມື້ທຳມະດາ ເພື່ອປະຕິບັດສຳເລັດໜ້າທີ່ທີ່ໄດ້ຮັບການມອບໝາຍ.

ເພື່ອແນໃສ່ຮັບປະກັນຄວາມປອດໄພໃຫ້ແກ່ຄົນເຈັບ ກໍຄືເປັນເຈົ້າການຮັບມືກັບໂລກລະບາດໃນສະພາບການໃໝ່, ພວກຂ້າພະເຈົ້າທັງປະຕິບັດໜ້າທີ່ດ້ານວິຊາສະເພາະ, ທັງເຂົ້າຮ່ວມການຈັດແບ່ງ, ກວດ, ແນະນຳຄົນເຈັບປະຕິບັດການແຍກຕົວ. ພ້ອມດຽວກັນນັ້ນ ແມ່ນສຸມແຫຼ່ງກຳລັງເບິ່ງແຍງດູແລ, ປິ່ນປົວໃຫ້ແກ່ຄົນເຈັບ, ຮັບປະກັນການແຍກຫ່າງ, ບໍ່ປະໃຫ້ໂລກລະບາດແຜ່ລາມ. ສິ່ງດັ່ງກ່າວໄດ້ເຮັດໃຫ້ເພີ່ມປະລິມານວຽກງານຂອງພະນັກງານການແພດຢູ່ໂຮງໝໍຂຶ້ນທົບຫຼາຍເທົ່າ ເມື່ອທຽບໃສ່ປົກກະຕິ”.

ໂດຍມີຄວາມເຄົາລົບຕໍ່ວິຊາສະເພາະ ແລະ ຄຸນສົມບັດ ຂອງ Kong Savin, ອ້າຍ Vimean Long - ພະຍາບານຢູ່ໂຮງໝໍ ເຈິເຣີ໊ຍ ພະນົມເປັນ ແບ່ງປັນວ່າ:

ຂ້າພະເຈົ້າມີຄວາມຊື່ນຊົມ, ເຄົາລົບນັບຖືຕໍ່ວິຊາສະເພາະ ແລະ ນິດໄສສະໜິດສະໜົມ, ຮັກແພງຂອງທ່ານໝໍ Kong Savin ທີ່ມີຕໍ່ໝູ່ຮ່ວມອາຊີບ. ທ່ານໝໍ ຍາມໃດກໍເອົາໃຈໃສ່ ແລະ ເບິ່ງແຍງດູແລຊີວິດການເປັນຢູ່ຂອງພວກຂ້າພະເຈົ້າຢ່າງລອບຄອບຖີ່ຖ້ວນ. ສຳລັບຜູ້ທີ່ຫາກໍປະກອບອາຊີບ ຫຼື ພະນັກກງານມາໃໝ່, ທ່ານໝໍ Kong Savin ກໍບອກສອນ, ແນະນຳດ້ວຍຄວາມສຸດຈິດສຸດໃຈ ແລະ ຍາມໃດກໍພ້ອມທີ່ຈະແບ່ງປັນຄວາມຮູ້ດ້ານວິຊາສະເພາະທີ່ເປັນປະໂຫຍດໃຫ້ແກ່ໝູ່ຮ່ວມອາຊີບ. ບໍ່ພຽງແຕ່ເທົ່ານັ້ນ, ລາວກໍໄດ້ສອນໃຫ້ຂ້າພະເຈົ້າຫຼາຍບົດຮຽນອັນລ້ຳຄ່າໃນຊີວິດອີກດ້ວຍ.”

Kong Savin ຍາມໃດກໍມີຄວາມປາດຖະໜາວ່າ ຕົນເອງຈະມີສຸຂະພາບແຂງແຮງ ແລະ ຄວາມຮູ້ດ້ານວິຊາສະເພາະຢ່າງພຽງພໍເພື່ອປິ່ນປົວໃຫ້ແກ່ຄົນເຈັບ ແລະ ຊ່ວຍເຫຼືອໝູ່ຮ່ວມອາຊີບໃຫ້ຫຼາຍຕື່ມອີກ. ໄປຄຽງຄູ່ກັນນັ້ນ, ລາວຄາດວ່າ ຈະສືບຕໍ່ເຂົ້າຮ່ວມຊຸດບຳລຸງສ້າງລົງເລິກຕ່າງໆຢູ່ ຫວຽດນາມ ເພື່ອຍົກສູງສີມືອາຊີບ ແລະ ພ້ອມກັບອ້າຍເອື້ອຍນ້ອງຢູ່ ໂຮງໝໍ ເຈິເຣີ໊ຍ ພະນົມເປັນ ສືບຕໍ່ແມ່ນບ່ອນອີງທີ່ໝັ້ນແກ່ນໃຫ້ແກ່ປະຊາຊົນ ກຳປູເຈຍ.


top