ຂ່າວສານ

ທ່ານໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ເດີນ​ທາງ​ໄປ​ຢ້ຽມ​ຢາມ​ທາ​ງ​ລັດ​ຖະ​ກິດ​ຢູ່ ສ.ອິນ​ເດຍ

ນີ້​ແມ່ນ​ການ​ຢ້ຽມ​ຢາມ​ທີ່ມີ​ຄວາມ​ໝາຍ​ສຳ​ຄັນ​ພິ​ເສດ,​ແມ່ນ​ການ​ຢ້ຽມ​ຢາມ​ອິນ​ເດຍເປັນ​ຄັ້ງ​ທຳ​ອິດ​ຂອງ​ທ່ານໂຕ​ເລິມ ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມໃນ​ຖາ​ນະ​ຕຳ​ແໜ່ງ​ໃໝ່, ເຊິ່ງດຳ​ເນີນ​ກົງ​ກັບ​ໂອ​ກາດ​ສອງ​ປະ​ເທດ​ສະ​ເຫຼີມ​ສະຫຼອງ 10 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ (2016 - 2026).
  ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ (ພາບ: TTXVN)  

ໂດຍ​ໄດ້​ຮັບ​ຄຳ​ເຊື້ອ​ເຊີ​ນ​ຂອງ​ທ່ານ Narendra Modi ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສ.ອິນ​ເດຍ, ຕອນ​ເຊົ້າ​ວັນ​ທີ 5 ພຶດ​ສະ​ພາ, ທ່ານໂຕ​ເລິມ ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ໄດ້​ເດີນ​ທາງ​ອອກ​ຈາກ​ນະ​ຄອນຫຼວງ​ຮ່າໂນຍ​ໄປ​ຢ້ຽ​ມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ສ.ອິນ​ເດຍ. ການ​ຢ້ຽມ​ຢາມ​ໄດ້​ດຳ​ເນີນ​ແຕ່​ວັນ​ທີ 5 – 7 ພຶດ​ສະ​ພາ.

ນີ້​ແມ່ນ​ການ​ຢ້ຽມ​ຢາມ​ທີ່ມີ​ຄວາມ​ໝາຍ​ສຳ​ຄັນ​ພິ​ເສດ,​ແມ່ນ​ການ​ຢ້ຽມ​ຢາມ​ອິນ​ເດຍເປັນ​ຄັ້ງ​ທຳ​ອິດ​ຂອງ​ທ່ານໂຕ​ເລິມ ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມໃນ​ຖາ​ນະ​ຕຳ​ແໜ່ງ​ໃໝ່, ເຊິ່ງດຳ​ເນີນ​ກົງ​ກັບ​ໂອ​ກາດ​ສອງ​ປະ​ເທດ​ສະ​ເຫຼີມ​ສະຫຼອງ 10 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ (2016 - 2026). ອິນ​ເດຍ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມືຍຸດ​ທະ​ສາດ​ຮອບ​ດ້ານ​ແຖວ​ໜ້າ​ຂອງ​ຫວຽດ​ນາມ​ຢູ່​ພາກ​ພື້ນ, ສອງ​ຝ່າຍ​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ສູງ, ມີຫຼາຍ​ຜົນ​ປະ​ໂຫຍດ​ຍຸດ​ທະ​ສາດ​ຄ້າຍ​ຄື​ກັນ ແລະ ມີ​ພື້ນ​ຖານ​ການພົບ​ປະ​ແລກ​ປ່ຽນ, ​ຄວາມ​ສະ​ໜິດຕິດ​ພັນ​ດ້ານ​ວັດ​ທະ​ນະ​ທຳ, ຊົນ​ຊາດ​ມາ​ແຕ່​ດົນ​ນານ. ໃນ​ຂະ​ນະ​ນັ້ນ, ຫວຽດ​ນາມ ແມ່​ນ​ຄູ່​ຮ່ວມ​ມື​ສຳ​ຄັນ​ໃນ “ນະ​ໂຍ​ບາຍ​ມຸ່ງ​ໄປ​ສູ່​ທາງ​ທິດ​ຕາ​ເວັນ​ອອກ”​ຂອງ ອິນ​ເດຍ ແລະ ຢູ່​ພາກ​ພື້ນ ມະ​ຫາ​ສະ​ໝຸ​ດ​ອິນ​ເດຍ ປາ​ຊີ​ຟິກ. ທ່ານຫງວຽ​ນ​ແມັ້​ງ​ເກືອງ ​ຮອງ​ລັດ​ຖະ​ມົນ​ຕີ ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ໃຫ້​ຮູ້​ວ່າ:

ການ​ຢ້ຽມ​ຢາມ​ທາ​ງ​ລັດ​ຖະ​ກິດ​ຢູ່​ອິນ​ເດຍ ຄັ້ງ​ນີ້​ຂອງ​ທ່ານ​ໂຕ​ເລິມ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ແມ່ນ​ໂອ​ກາດ​ດີ​ທີ່​ສຸດ​ເພື່ອ​ໃຫ້​ການ​ນຳ​ສອງ​ປະ​ເທດ​ປຶກ​ສາ​ຫາ​ລື, ເຫັນ​ດີ​ເປັນ​ເອ​ກະ​ພາບ, ຮັບ​ຮູ້, ປຶກ​ສາ​ຫາ​ລື, ວາງ​ອອກ​ບັນ​ດາ​ທິດ​ທາງ, ກຳ​ນົດ​ທິດ​ທາງໃຫຍ່, ​ມີບັນ​ດາ​ມາດ​ຕະ​ການ​ບຸກ​ທະ​ລຸ​ເພື່ອ​ນຳ​ການ​ພົວ​ພັນ​ສອງ​ປະ​ເທດ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ພິ​ເສດ​ແມ່ນ​​ເພີ່ມ​ທະ​ວີ​ການ​ຊຸກ​ຍູ້​ບັນ​ດາ​ຂົງ​ເຂ​ດ​ຮ່ວມ​ມື​​ທີ່ແທ້​ຈິ​ງ​ຄື: ການ​ຮ່ວມ​ມື​ດ້ານການ​ຄ້າ, ການ​ລົງ​ທຶນ, ສືບ​ຕໍ່​ຊຸກ​ຍູ້​ການ​ທ່ອງ​ທ່ຽວ, ​ການພົບ​ປະ​ແລກ​ປ່ຽນ​ປະ​ຊາ​ຊົນ, ກໍ່​ຄື​ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ສຳ​ທີ່​ສຸດ​ໃນ​ປັດ​ຈຸ​ບັນ​ແມ່ນ​ການ​ຮ່ວມ​ມື​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ.


top