ຂ່າວສານ

ທ່ານເອກອັກຄະລັດຖະທູດ ອານເຊຣີ: ຫວຽດນາມ ແມ່ນປະເທດປອດໄພທີ່ສຸດ

ຕາມທ່ານເອກອັກຄະລັດຖະທູດ ແລ້ວ, “ຫວຽດນາມແມ່ນສັງຄົມມີສັນຕິພາບ, ມີການສຶກສາ, ບໍ່ມີການໃຊ້ຄວາມຮຸນແຮງ, ປະຊາຊົນສະໜິດສະໜົມ”.
  ທ່ານເອກອັກຄະລັດຖະທູດ ອານເຊຣີ ປະຈຳ ຫວຽດນາມ Boubazine Abdelhamid  

ຫວຽດນາມ ແມ່ນປະເທດປອດໄພທີ່ສຸດ - ນີ້ແມ່ນຄຳຢືນຢັນຂອງທ່ານເອກອັກຄະລັດຖະທູດ ອານເຊຣີ ປະຈຳ ຫວຽດນາມ Boubazine Abdelhamid ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ, ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດປີແມວ 2023.

ຕາມທ່ານເອກອັກຄະລັດຖະທູດ ແລ້ວ, “ຫວຽດນາມແມ່ນສັງຄົມມີສັນຕິພາບ, ມີການສຶກສາ, ບໍ່ມີການໃຊ້ຄວາມຮຸນແຮງ, ປະຊາຊົນສະໜິດສະໜົມ” ແລະ ຍາມໃດ ຫວຽດນາມ ກໍ່ແມ່ນປະເທດທີ່ເຄົາລົບສິດທິມະນຸດ - ສິ່ງດັ່ງກ່າວສະແດງອອກຜ່ານເລື່ອງ ຫວຽດນາມ ແມ່ນກຳລັງເຂົ້າຮ່ວມບັນດາການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດຢ່າງຕັ້ງໜ້າ. ຊົມເຊີຍ ຫວຽດນາມ ທີ່ໄດ້ຮັບເລືອກຕັ້ງເປັນສະມາຊິກສະພາສິດທິມະນຸດສະຫະປະຊາຊາດ ອາຍຸການ 2023 – 2025, ທ່ານເອກອັກຄະລັດຖະທູດ Boubazine Abdelhamid ເຊື່ອໝັ້ນວ່າ, ຫວຽດນາມ ຈະແມ່ນປະເທດຕາງໜ້າທີ່ດີ, ປົກປ້ອງສິດທິມະນຸດຫາກບໍ່ມີການຈຳແນກການປະພຶດ.

ຕາມທ່ານເອກອັກຄະລັດຖະທູດ, ວິໄສທັດສະຫຼາດສ່ອງໃສ ແລະ ບັນດາການ ເລືອກເຟັ້ນບັນດານະໂຍບາຍຂອງການນຳ ຫວຽດນາມ ຢ່າງຖືກຕ້ອງນັ້ນ ໄດ້ຊ່ວຍໃຫ້ ຫວຽດນາມ ບັນລຸບັນດາບາດກ້າວໃຫຍ່ໃນການພັດທະນາເສດຖະກິດ - ສັງຄົມ.

 


top