ຂ່າວສານ

ທ່ານເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ໂຕ​ເລິມ ສິ້ນ​ສຸດ​ການ​ຢ້ຽມ​ຢາມ ນິວ​ຊີ​ແລນ ​ທາງລັດ​ທະ​ກິດຢ່າງ​ຈົບ​ງາມ

ທ່ານເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ໂຕ​ເລິມ ແລະ ທ່ານ Christopher Luxon ນາ​ຍົກ​ລັດ​ຖະ​ມົນ​ຕີ ນິວ​ຊີ​ແລນ ໄດ້​ເປັນ​ສັກ​ຂີ​ພິ​ຍານ​ການມອບ​ບັນ​ດາ​ເອ​ກະ​ສານ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ສອງ​ປະ​ເທດ.
  (ພາບປະກອບ: VNA )  

ຕອນ​ຄ່ຳວັນ​ທີ 13 ສິງ​ຫາ (ຕາມ​ເວ​ລາ​ທ້ອງ​ຖິ່ນ), ທ່ານເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ໂຕ​ເລິມ ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ໄດ້ເດີນ​ທາງ​ອອກ​ຈາກ​ນະ​ຄອນ Auckland ຂອງ ນິວ​ຊີ​ແລນ ສິ້ນ​ສຸດ​ການ​ຢ້ຽມ​ຢາມ ນິວ​ຊີ​ແລນ ​ທາງລັດ​ທະ​ກິດຕາມ​ຄຳ​ເຊີນ​ຂອງທ່ານ​ນາງ Cindy Kiro, ຜູ້​ສຳ​ເລັດ​ລາດ​ຊະ​ການ​ແຫ່ງ ນິວ​ຊີ​ແລນ ຢ່າງ​ຈົບ​ງາມ.

ທີ່​ບັນ​ດາ​ການ​ພົບ​ປະ, ສອງ​ຝ່າຍ​ໄດ້​ພ້ອມ​ກັນ​ຫວນ​ຄືນບັນ​ດາ​ຜົນ​ງານ​ທີ່​ບັນ​ລຸ​ໄດ້​ໃນ​ການ​ພົວ​ພັນ​ສອງ​ຝ່າຍ ນັບ​ແຕ່​ເມື່ອ​ສອງ​ປະ​ເທດ ຍົກ​ລະ​ດັບ​ການ​ພົວ​ພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ໃນ​ປີ 2025. ສອງ​ຝ່າຍ​ເຫັນ​ດີ​ຈະ​ສືບ​ຕໍ່​ປັບ​ປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ພັດ​ທະ​ນາ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ຢ່າງ​ຮອບ​ດ້ານ​ຜ່ານ​ການ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ, ພົບ​ປະ​ຂັ້ນ​ສູງ ແລະ ຂັ້ນ​ຕ່າງໆ ໃນ​ທັງ​ຊ່ອງ​ພັກ, ລັດ, ສະ​ພາ​ແຫ່ງ​ຊາດ ແລະ ພົບ​ປະ​ແລກ​ປ່ຽນ ປ​ຊ​ຊ, ຜ່ານ​ນັ້ນ,ກໍ່ ເສີມ​ຂະ​ຫຍາຍ​ບັນ​ດາ​ກົນ​ໄກ​ແລກ​ປ່ຽນ​ນະ​ໂຍ​ບາຍ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.

ແລະ ກໍ່​ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ, ທ່ານເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ໂຕ​ເລິມ ແລະ ທ່ານ Christopher Luxon ນາ​ຍົກ​ລັດ​ຖະ​ມົນ​ຕີ ນິວ​ຊີ​ແລນ ໄດ້​ເປັນ​ສັກ​ຂີ​ພິ​ຍານ​ການມອບ​ບັນ​ດາ​ເອ​ກະ​ສານ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ສອງ​ປະ​ເທດ.


top