ຂ່າວສານ

ທ່ານເລຂາທິການໃຫ່ຍຫງວຽນຝູຈ້ອງ ພົບປະເຈລະຈາກັບປະທານພັກແນວໂຮມປົດປ່ອຍ Mozambique, ປະທານາທິບໍດີ Mozambique ແບບທາງໄກ

ທ່ານປະທານາທິບໍດີ Filipe Jacinto Nyusi ຢືນຢັນວ່າ ຫວຽດນາມ ແມ່ນບຸລິມະສິດໃນນະໂຍບາຍການຕ່າງປະເທດ ມຸ່ງໄປເຖິງເຂດຕາເວັນອອກຂອງ Mozambique.
   (ພາບ:TTXVN)  

 ຕອນບ່າຍວັນທີ 6 ມິຖຸນາ, ຈາກຮ່າໂນ້ຍ, ທ່ານເລຂາທິການໃຫ່ຍຫງວຽນຝູຈ້ອງ ໄດ້ພົບປະເຈລະຈາກັບປະທານພັກແນວໂຮມປົດປ່ອຍ Mozambique (FRELIMO), ປະທານາທິບໍດີ Mozambique Filipe Jacinto Nyusi ແບບທາງໄກ.

ຕາງໜ້າໃຫ້ພັກ FRELIMO, ລັດ ແລະ ປຊຊ Mozambique, ທ່ານປະທານາທິບໍດີ Filipe Jacinto Nyusi ໄດ້ຊົມເຊີຍບັນດາຜົນງານທີ່ຫວຽດນາມ ບັນລຸໄດ້ໃນການພັດທະນາປະເທດຊາດ, ຍົກສູງທີ່ຕັ້ງບົດບາດຂອງຫວຽດນາມ ໃນເວທີສາກົນ. ທ່ານປະທານາທິບໍດີ Filipe Jacinto Nyusi ຢືນຢັນວ່າ ຫວຽດນາມ ແມ່ນບຸລິມະສິດໃນນະໂຍບາຍການຕ່າງປະເທດ ມຸ່ງໄປເຖິງເຂດຕາເວັນອອກຂອງ Mozambiqueທ່ານປາດຖະໜາຢາກສືບຕໍ່ຊຸກຍູ້ການພົວພັນຮ່ວມມືມິດຕະພາບ, ມູນເຊື້ອລະຫວ່າງສອງພັດ, ສອງລັດໃນໄລຍະຈະມາເຖິງ.

ສ່ວນທ່ານເລຂາທິການໃຫ່ຍຫງວຽນຝູຈ້ອງ ຢືນຢັນວ່າ, Mozambique ແມ່ນໜຶ່ງໃນບັນດາປະເທດທີ່ຫວຽດນາມ ໃຫ້ບຸລິມະສິດຊຸກຍູ້ການພົວພັນຢູ່ ອາຟຼິກກາ. ທ່ານຕີລາຄາສູງບົດບາດ, ທີ່ຕັ້ງ ແລະ ບັນດາການປະກອບສ່ວນສຳຄັນຂອງ Mozambique ເຂົ້າໃນວິວັດການພັດທະນາຂອງພາກພື້ນອາຟຼິກກາ ແລະ ຊົມເຊີຍ Mozambique ສະໝັກຮັບເລືອກຕັ້ງເປັນກຳມະການບໍ່ປະຈຳການຂອງສະພາຄວາມໝັນຄົງ ສປຊ ອາຍຸການ 2023-2024.

ທ່ານເລຂາທິການໃຫ່ຍຫງວຽນຝູຈ້ອງ ແລະ ປະທານພັກ FRELIMO, ປະທານາທິບໍດີ Filipe Jacinto Nyusi ກໍ່ແຈ້ງໃຫ້ກັນຊາບ ບາງຈຸດໃໝ່ກ່ຽວກັບສະພາບການຂອງແຕ່ລະພັກ, ແຕ່ລະປະເທດ. ການນຳສອງພັກ, ສອງລັດ ເຫັນດີເປັນເອກະສັນຈະສືບຕໍ່ຊຸກຍູ້ການພົວພັນຮ່ວມມືລະຫວ່າງພັກກອມມູນິດຫວຽດນາມ ແລະ ພັກ FRELIMO ກຳບົດບາດກຳນົດທິດ ໃນການພັດທະນາການພົວພັນຮ່ວມມືຫຼາຍດ້ານລະຫວ່າງສອງປະເທດໃຫ້ນັບມື້ນັບແທດຈິງ ແລະ ມີປະສິດທິຜົນ, ເພີ່ມທະວີການສົມທົບກັນຢ່າງແໜ້ນແຟ້ນໃນເວລທີປາໄສຫຼາຍຝ່າຍພາກພື້ນ ແລະ ສາກົນ.


top