ຂ່າວສານ

ທ່ານເລຂາທິການໃຫຍ່ເປັນປະທານກອງປະຊຸມ ກົມການເມືອງ, ຄະນະເລຂາ ເພື່ອພິຈາລະນາບັນຫາພົ້ນເດັ່ນຢູ່ພາຍໃນປະເທດ ແລະ ສາກົນ

ຫວຽດນາມ ບັນລຸໄດ້ໝາກຜົນສຳຄັນຫຼາຍຢ່າງໃນຫຼາຍຂົງເຂດຄື: ການພັດທະນາເສດຖະກິດ - ສັງຄົມ, ການປ້ອງກັນ ຕ້ານໂລກລະບາດໂຄວິດ-19
  ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່າວຄຳເຫັນສະຫຼຸບກອງປະຊຸມ (ພາບ: TTXVN)  

 ວັນທີ 08 ກໍລະກົດ, ຢູ່ສຳນັກງານສູນກາງພັກ, ພາຍໃຕ້ການເປັນປະທານຂອງທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ, ກົມການເມືອງ, ຄະນະເລຂາໄດ້ດຳເນີນກອງປະຊຸມ, ພິຈາລະນາບັນດາບັນຫາພົ້ນເດັ່ນຂອງປະເທດຊາດ, ສະພາບການສາກົນໃນໄຕມາດທີ II ແລະ 6 ເດືອນຕົ້ນປີ 2022; ໜ້າທີ່ຈຸດສຸມໃນໄລຍະຈະມາເຖິງ.

ໃຫ້ຂໍ້ສັງເກດທີ່ກອງປະຊຸມ, ໃນໄຕມາດທີ II ແລະ 6 ເດືອນຕົ້ນປີ 2022, ຫວຽດນາມ ບັນລຸໄດ້ໝາກຜົນສຳຄັນຫຼາຍຢ່າງໃນຫຼາຍຂົງເຂດຄື: ການພັດທະນາເສດຖະກິດ - ສັງຄົມ, ການປ້ອງກັນ ຕ້ານໂລກລະບາດໂຄວິດ-19, ການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ການຕ່າງປະເທດ, ການກໍ່ສ້າງ, ປັບປຸງພັກ, ການປ້ອງກັນ ຕ້ານການສໍ້ລາດບັງຫຼວງ, ສິ່ງຫຍໍ້ທໍ້…

ກົມການເມືອງ, ຄະນະເລຂາໄດ້ຕີລາຄາວ່າ, ໃນໄລຍະຈະມາເຖິງ, ຫວຽດນາມ ສືບຕໍ່ປະເຊີນໜ້າກັບຄວາມຫຍຸ້ງຍາກ, ສິ່ງທ້າຍຫຼາຍຢ່າງ, ທຸກຂັ້ນ, ທຸກຂະແໜງການຕ້ອງຈັດຕັ້ງ ການຮ່ຳຮຽນ, ຊາບຊຶມ, ໂຄສະນາ ແລະ ຜັນຂະຫຍາຍປະຕິບັດບັນດາມະຕິຢ່າງທັນການ, ມີປະສິດທິຜົນ; ໂຄງການເປົ້າໝາຍແຫ່ງຊາດ, ໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ… ປະຕິບັດແຜນນະໂຍບາຍເປັນເຈົ້າການ ແລະ ຕັ້ງໜ້າເປີດກວ້າງການພົວພັນຕ່າງປະເທດຢ່າງສະເໝີຕົ້ນສະເໝີປາຍ; ຕິດຕາມສະພາບການຢູ່ພາກພື້ນ ແລະ ສາກົນຢ່າງໃກ້ຊິດ ເພື່ອເປັນເຈົ້າການສ້າງວິທີການໃຫ້ເໝາະສົມ ຮັບປະກັນຜົນປະໂຫຍດ, ຄວາມໝັ້ນຄົງແຫ່ງຊາດຂອງ ຫວຽດນາມ, ສັນຕິພາບ, ການຮ່ວມມື, ພັດທະນາຂອງພາກພື້ນ ແລະ ສາກົນຢ່າງສູງສຸດ.


top