ຂ່າວສານ

ທ່ານເລຂາທິການໃຫຍ່ອາຊຽນຕີລາຄາສູງບົດບາດນຳພາຂອງຫວຽດນາມ

      ທ່ານ Lim  Jock Hoi ເລຂາທິການໃຫຍ່ອາຊຽນໄດ້ຕີລາຄາສູງບົດບາດນຳພາຂອງຫວຽດນາມໃນຖານະເປັນປະທານອາຊຽນ.

ທ່ານ Lim  Jock Hoi ເລຂາທິການໃຫຍ່ອາຊຽນ (ພາບ: TTXVN) 
            ໃນວັນທີ 25 ມິຖຸນາ, ຢູ່ນະຄອນຫຼວງ Jakarta, ອິນໂດເນເຊຍ  ທ່ານ ເລຂາທິການໃຫຍ່ອາຊຽນ Lim  Jock Hoi ຖືວ່າ ຫົວຂໍ້ຂອງປີ ຫວຽດນາມເປັນປະທານອາຊຽນ ກ່ຽວກັບການສ້າງ “ອາຊຽນມີຄວາມສະໜິດຕິດພັນ ແລະ  ເປັນເຈົ້າການຮັບມື” ແມ່ນເໝາະສົມກັບສະພາບການໃນປັດຈຸບັນທີ່ສຸດ, ພ້ອມທັງຢັ້ງຢືນວ່າ ກອງປະຊຸມສຸດຍອດ ອາຊຽນຄັ້ງທີ 36 ແມ່ນຫຼັກການລະອຽດໃຫ້ແກ່ນ້ຳໃຈສາມັກຄີ ແລະ ບົດບາດນຳພາຂອງອາຊຽນທີ່ໄດ້ສະແດງອອກຜ່ານການຮ່ວມມືໃນພາກພື້ນຢ່າງແຮງ. ທ່ານ Lim  Jock Hoi ໄດ້ຢັ້ງຢືນວ່າ ໃນຖານະເປັນປະທານອາຊຽນ, ຫວຽດນາມ ປະຕິບັດໄດ້ຫຼາຍວຽກງານ ແລະ ສະແດງໃຫ້ເຫັນໄດ້ການນຳພາຢ່າງແຮງໃນການນຳໜ້າບັນດາປະເທດ ຮັບມືກັບໂລກລະບາດ Covid -19, ພິເສດແມ່ນການໜູນຊ່ວຍບັນດາປະເທດສະມາຊິກອາຊຽນກໍ່ຄືບັນດາປະເທດຄູ່ເຈລະຈາໃນການຮັບມືກັບໂລກລະບາດ.
 (ແຫຼ່ງຄັດຈາກ VOV)


top