ຂ່າວສານ

ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງຕ້ອນຮັບເອກອັກຄະລັດຖະທູດຈີນຄຸ່ງແຊວຢູງເຂົ້າຢ້ຽມອຳລາ

      ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດຈີນໃນຕອນບ່າຍວັນທີ 8 ກຸມພາ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ຕີລາຄາສູງບັນດາການປະກອບສ່ວນສຳຄັນຂອງທ່ານ ຄຸ່ງແຊວຢູງ ເອກອັກຄະລັດຖະທູດຈີນ ປະຈຳຫວຽດນາມ ໃຫ້ແກ່ການການພົວພັນລະຫວ່າງຫວຽດນາມ ແລະ ຈີນໃນຊຸມປີຜ່ານມາ, 

ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງຕ້ອນຮັບເອກອັກຄະລັດຖະທູດຈີນຄຸ່ງແຊວຢູງ
      ເປັນຕົ້ນໃນການເປີດກວ້າງການພົວພັນລະຫວ່າງບັນດາຂະແຫນງການ, ທ້ອງຖິ່ນ ແລະ ປະຊາຊົນສອງປະເທດ. ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ສະເຫນີ ສອງຝ່າຍສືບຕໍ່ປະຕິບັດບັນດາຂໍ້ຕົກລົງທີ່ບັນລຸໄດ້ເປັນຢ່າງດີ ແລະ ປາດຖະຫນາວ່າ ທ່ານ ຄຸ່ງແຊວຢູງ ສືບຕໍ່ປະກອບສ່ວນໃຫ້ແກ່ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດຫວຽດນາມ - ຈີນ. ສ່ວນທ່ານ ຄຸ່ງແຊວຢູງ ຢືນຢັນວ່າ: ຈີນ ມີຄວາມປາດຖະຫນາພ້ອມກັບຫວຽດນາມສືບຕໍ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຍູ້ແຮງການຮ່ວມມືແທດຈິງໃນບັນດາຂົງເຂດ, ເປີດກວ້າງການພົວພັນປະຊາຊົນ ປັບປຸງນ້ຳໃຈມິດຕະພາບພ້ອມກັນພັດທະນາເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ.
 (ແຫຼ່ງຄັດຈາກ VOV)

top