ຂ່າວສານ

ທ່ານເລຂາທິການໃຫຍ່ຫງວຽນຝູຈ້ອງຕ້ອນຮັບປະທານພັກກຳມະກອນຮູງກາຣີ

ໃນຂອບເຂດການຢ້ຽມຢາມສ.ຮູງກາຣີ ຢ່າງເປັນທາງການ, ຕອນເຊົ້າວັນທີ 11 ກັນຍາ, ຢູ່ນະຄອນຫຼວງ Budapest, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານປະທານພັກກຳມະກອນຮູງກາຣີ Thurmer Gyulat.

(ທ່ານເລຂາທິການໃຫຍ່ຫງວຽນຝູຈ້ອງ ຕ້ອນຮັບປະທານພັກກຳມະກອນຮູງກາຣີ) 

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຊີ້ແຈ້ງວ່າ: ການຢ້ຽມຢາມຮູງກາຣີ ຄັ້ງນີ້ຂອງຄະນະແມ່ນເພື່ອແນໃສ່ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຍົກລະດັບການພົວພັນເປັນຄູ່ຮ່ວມມືຮອບດ້ານ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢືນຢັນແຜນນະໂຍບາຍ, ແນວທາງສະເໝີຕົ້ນສະເໝີປາຍຂອງພັກກອມມູນິດຫວຽດນາມ ໃນການພົວພັນກັບພັກກຳມະກອນຮູງກາຣີ; ປາດຖະໜາວ່າ ໃນໄລຍະຈະມາເຖິງພັກກອມມູນິດຫວຽດນາມ ແລະ ພັກກຳມະກອນຮູງກາຣີ ເພີ່ມທະວີການແລກປ່ຽນຄະນະຜູ້ແທນມາຢ້ຽມຢາມເຊິ່ງກັນ ແລະ ກັນ ເພື່ອພ້ອມກັນແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນໃນການເຄື່ອນໄຫວ.

        ສ່ວນທ່ານປະທານພັກກຳມະກອນຮູງກາຣີ Thurmer Gyulat ເນັ້ນໜັກວ່າ ຍາມໃດກໍ່ສະໜັບສະໜູນການເພີ່ມທະວີການພົວພັນລະຫວ່າງຮູງກາຣີ ແລະ ຫວຽດນາມ. ນີ້ແມ່ນທັດສະນະສະເໝີຕົ້ນສະເໝີປາຍຂອງພັກກຳມະກອນຮູງກາຣີ.

 (ແຫຼ່ງຄັດຈາກ VOV)



top