ຂ່າວສານ

ທ່ານເລຂາທິການໃຫຍ່ຫງວຽນຝູຈ້ອງ: ສືບຕໍ່ໜູນຊ່ວຍບັນດາເປົ້າໝາຍປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ-19

      ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃຫ້ຮູ້ວ່າ, ກົມການເມືອງເຫັນດີຕໍ່ແຜນນະໂຍບາຍສືບຕໍ່ປະກາດໃຊ້ນະໂຍບາຍໜູນຊ່ວນໃຫ້ແກ່ຜູ້ອອກແຮງງານ ແລະ ຜູ້ນຳໃຊ້ແຮງງານທີ່ປະສົບກັບຄວາມຫຍຸ້ງຍາກຍ້ອນຜົນກະທົບຈາກໂລກລະບາດໂຄວິດ-19
(ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເປັນປະທານການປະຊຸມ)
      ຕອນບ່າຍວັນທີ 25 ມິຖຸນາ, ຢູ່ສຳນັກງານສູນກາງພັກ, ພາຍໃຕ້ການເປັນປະທານຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ກົມການເມືອງໄດ້ຈັດການປະຊຸມປະກອບຄຳເຫັນກ່ຽວກັບບາງນະໂຍບາຍໜູນຊ່ວຍໃຫ້ຜູ້ອອກແຮງງານ ແລະ ນຳໃຊ້ແຮງງານທີ່ປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ-19.
        ກ່າວຄຳເຫັນທີ່ການປະຊຸມ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃຫ້ຮູ້ວ່າ, ກົມການເມືອງເຫັນດີຕໍ່ແຜນນະໂຍບາຍສືບຕໍ່ປະກາດໃຊ້ນະໂຍບາຍໜູນຊ່ວຍໃຫ້ແກ່ຜູ້ອອກແຮງງານ ແລະ ຜູ້ນຳໃຊ້ແຮງງານທີ່ປະສົບກັບຄວາມຫຍຸ້ງຍາກຍ້ອນຜົນກະທົບຈາກໂລກລະບາດໂຄວິດ-19, ບົນພື້ນຖານຕິດພັນກັບຈິດໃຈຊີ້ນຳຂອງກົມການເມືອງທີ່ການປະຊຸມຈັດຂຶ້ນໃນວັນທີ 11 ມິຖຸນາ 2021 ກ່ຽວກັບບາງໜ້າທີ່ຈຸດສູມໃນວຽກງານເພີ່ມທະວີວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ແລະ ການພັດທະນາເສດຖະກິດສັງຄົມ. ທ່ານເລຂາທິການໃຫຍ່ ໄດ້ຮຽກຮ້ອງກວດກາ, ກຳນົດຖືກຕ້ອງເປົ້າໝາຍທີ່ຕ້ອງການໄດ້ຮັບການໜູນຊ່ວຍຢ່າງລະອຽດ.
        “ສຳລັບຜູ້ອອກແຮງງານ ແລະ ຜູ້ນຳໃຊ້ແຮງງານ ປະສົບກັບຄວາມຫຍຸ້ງຍາກໃນຮອບທີ 4 ນີ້, ພວກເຮົາມີແຜນນະໂຍບາຍໜູນຊ່ວຍດ້ວຍບັນດາມາດຕະການແກ້ໄຂ ເພື່ອຮັບປະກັນການຜະລິດ, ດຳເນີນທຸລະກິດ, ບົນຈິດໃຈທັງປ້ອງກັນ ຕ້ານໂລກລະບາດໃຫ້ບັນລຸຜົນສຳເລັດ, ທັງຮັບປະກັນການຜະລິດດຳເນີນທຸລະກິດ, ພັດທະນາເສດຖະກິດສັງຄົມຂອງປະເທດຊາດ”.
        ທີ່ການປະຊຸມ, ກົມການເມືອງກໍ່ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຕ້ອງຕິດຕາມສະພາບຕົວຈິງ, ແກ້ໄຂບັນດາກໍລະນີລະເມີດຢ່າງເຄັ່ງຂັດ, ບໍ່ປະໃຫ້ເກີດຄວາມຟູມເຟືອຍໃນວິວັດການປະຕິບັດນະໂຍບາຍ…
(ແຫຼ່ງຄັດຈາກ VOV)


top