ຂ່າວສານ

ທ່ານເລຂາທິການໃຫຍ່ຫງວຽນຝູຈ້ອງ: ຕ້ານໄພຫຍໍ້ທໍ້ໃນດ້ານແນວຄິດການເມືອງ, ຄຸນສົມບັດ, ວິຖີຊີວິດ

ເລື່ອງປັບປຸງ, ເພີ່ມເຕີມພາລະໜ້າທີ່, ສິດຂອງຄະນະຊີ້ນຳແມ່ນເພື່ອແນໃສ່ຊີ້ນຳການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ແລະ ໄພຫຍໍ້ທໍ້ ແມ່ນມີຄວາມຈຳເປັນທີ່ສຸດ.
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. (ພາບ: TTXVN)

“ບໍ່ພຽງແຕ່ຕໍ່ສູ້ໃນການປ້ອງກັນ, ຕ້ານການສໍ້ລາດບັງຫຼວງໃນຂົງເຂດເສດຖະກິດເທົ່ານັ້ນ, ຫາກສຳຄັນກວ່າແມ່ນຕ້ອງຕ້ານໄພຫຍໍ້ທໍ້ໃນດ້ານແນວຄິດການເມືອງ, ຄຸນສົມບັດ, ວິຖີຊີວິດອີກດ້ວຍ. ຍ້ອນການເສື່ອມທາດຂາດຄຸນດ້ານແນວຄິດການເມືອງ, ຄຸນສົມບັດ, ວິຖີຊີວິດ ຈຶ່ງພາໄປເຖິງການສໍ້ລາດບັງຫຼວງ, ນີ້ຈຶ່ງເປັນກົກ, ເປັນພື້ນຖານຕ້ອງຕ້ານ”. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ຫົວໜ້າຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງໄດ້ເນັ້ນໜັກຄືແນວນັ້ນ ທີ່ກອງປະຊຸມຂອງກົມການເມືອງ ປະກອບຄຳເຫັນໃສ່ແຜນຮ່າງ “ປັບປຸງ, ເພີ່ມເຕີ່ມພາລະໜ້າທີ່, ສິດຂອງຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ ຕ້ານການສໍ້ລາດບັງຫຼວງ” ເພື່ອຊີ້ນຳການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ແລະ ໄພຫຍໍ້ທໍ້ໃນໄລຍະຈະມາເຖິງ, ເຊິ່ງໄດ້ດຳເນີນໃນຕອນເຊົ້າວັນທີ 10 ກັນຍາ ຢູ່ສຳນັກງານສູນກາງພັກ.

        ທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃຫ້ຮູ້ວ່າ, ເລື່ອງປັບປຸງ, ເພີ່ມເຕີມພາລະໜ້າທີ່, ສິດຂອງຄະນະຊີ້ນຳແມ່ນເພື່ອແນໃສ່ຊີ້ນຳການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ແລະ ໄພຫຍໍ້ທໍ້ ແມ່ນມີຄວາມຈຳເປັນທີ່ສຸດ, ປະກອບສ່ວນປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ຢ່າງມີໄຊ.

(ແຫຼ່ງຄັດຈາກ VOV)


top