ຂ່າວສານ

ທ່ານເລຂາທິການໃຫຍ່ສະຫະປະຊາຊາດ ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ເດີນທາງອອກຈາກນະຄອນຫຼວງ ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ
  ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres (ພາບ: TTXVN)  

ວັນທີ 23 ຕຸລາ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ເດີນທາງອອກຈາກນະຄອນຫຼວງ ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 21 – 22 ຕຸລາ. ໃນຂອບເຂດການຢ້ຽມຢາມ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ໄດ້ດຳເນີນການພົບປະ, ເຈລະຈາ ແລະ ມີການເຄື່ອນໄຫວຫຼາຍຢ່າງຢູ່ ຫວຽດນາມ.

ທີ່ບັນດາການຕ້ອນຮັບ, ພົບປະເຈລະຈາກັບທ່ານເລຂາທິການໃຫຍ່ສະຫະປະຊາຊາດ, ບັນດາການນຳ ຫວຽດນາມ ໄດ້ຕີລາຄູງການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres; ຂອບໃຈສະຫະປະຊາຊາດ ຍາມໃດກໍ່ຮ່ວມເດີນທາງພ້ອມກັບ ຫວຽດນາມ ໃນທຸກເສັ້ນທາງແຫ່ງການພັດທະນາ. ພິເສດໃນໄລຍະຫຍຸ້ງຍາກຂອງໂລກລະບາດໂຄວິດ-19. ທ່ານເລຂາທິການໃຫຍ່ສະຫະປະຊາຊາດ ຕີລາຄາສູງບົດບາດ ແລະ ສຽງເວົ້າຂອງ ຫວຽດນາມ ບົນເວທີສາກົນ, ຢືນຢັນຈະສະໜັບສະໜູນບັນດາເສົາຄ້ຳຂອງ ຫວຽດນາມໃນແນວທາງການພັດທະນາປະເທດຊາດຂອງ ຫວຽດນາມ.

ໃນຂອບເຂດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ທີ່ສະຖາບັນພົວພັນຕ່າງປະເທດ ຫວຽດນາມ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ແລະ ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ເປັນປະທານການໂອ້ລົມດ້ວຍຫົວຂໍ້ “ປ່ຽນແປງໃໝ່ປະດິດຄິດສ້າງ ແລະ ການເຂົ້າຮ່ວມຂອງຊາວໜຸ່ມເພື່ອອະນາຄົດຍືນຍົງ ແລະ ກວມລວມ”.

ການຢ້ຽມຢາມ ຫວຽດນາມ ຂອງທ່ານເລຂາທິການໃຫຍ່ Antonio Guterres ໄດ້ສິ້ນສຸດລົງຢ່າງຈົບງາມ, ຜ່ານນັ້ນ ເພີ່ມທະວີການພົວພັນອັນດີງາມລະຫວ່າງສະຫະປະຊາຊາດ ແລະ ຫວຽດນາມ ໃນໄລຍະຈະມາເຖິງ ເພື່ອຊຸກຍູ້ສັນຕິພາບ, ການພັດທະນາແບບຍືນຍົງ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການຮັບປະກັນ ແລະ ຊຸກຍູ້ສິດທິມະນຸດໃນໂລກ.


top