ຂ່າວສານ

ທ່ານເລຂາທິການໃຫຍ່ປະທານປະເທດລາວຕ້ອນຮັບຄະນະຜູ້ແທນອະດີດທະຫານອາສາສະໝັກ ແລະ ຜູ້ຊ່ຽວຊານຫວຽດນາມ ຢູ່ລາວ

      ເນື່ອງໃນໂອກາດມາຫວຽດນາມ ເຂົ້າຮ່ວມພິທີສະເຫລີມສະຫລອງ 70 ປີແຫ່ງວັນມູນເຊື້ອຂອງກຳລັງທະຫານອາສາສະໝັກ ແລະ ຜູ້ຊ່ຽວຊານຫວຽດນາມ ຢູ່ລາວ

ທ່ານເລຂາທິການໃຫຍ່ປະທານປະເທດລາວຕ້ອນຮັບຄະນະຜູ້ແທນອະດີດທະຫານອາສາສະໝັກ ແລະ ຜູ້ຊ່ຽວຊານຫວຽດນາມ ຢູ່ລາວ
(ພາບ: TTXVN)
      ຕອນບ່າຍວັນທີ 29 ຕຸລາ ຢູ່ ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ປະທານປະເທດລາວ ບຸນຍັງ ວໍລະຈິດ ໄດ້ໃຫ້ການຕ້ອນຮັບ ຄະນະຜູ້ແທນອະດີດທະຫານອາສາສະໝັກ ແລະ ຜູ້ຊ່ຽວຊານຫວຽດນາມ ຢູ່ລາວ
. ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ປະທານປະເທດລາວ ບຸນຍັງ ວໍລະຈິດ ຕີລາຄາສູງການປະກອບສ່ວນອັນໃຫຍ່ຫລວງໃຫ້ແກ່ກິດຈະການຕໍ່ສູ້ຍາດເອກະລາດກ່ອນນີ້ ກໍ່ຄືໃນກິດຈະການສ້າງສາ ແລະ ພັດທະນາປະເທດຊາດໃນວັນນີ້. ເລຂາທິການໃຫຍ່ປະທານປະເທດລາວ ບຸນຍັງ ວໍລະຈິດ ຢືນຢັນ ລາວ ພ້ອມກັບຫວຽດນາມ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລາວ -ຫວຽດນາມ, ຫວຽດນາມ - ລາວ ໃຫ້ໝັ້ນຄົງຂະຫນົງແກ່ນຈົນຊົ່ວກາລະນານ.
 (ແຫຼ່ງຄັດຈາກ VOV)


top