ຂ່າວສານ

ທ່ານເລຂາທິການໃຫຍ່ ໂຕເລີມ ມີການໂອ້ລົມທາງໂທລະສັບກັບເລຂາທິການຜູ້ທີໜຶ່ງ ພັກກອມມູນິດ ກູບາ, ປະທານປະເທດ ສ ກູບາ

ຕອນຄ່ຳວັນທີ 4 ກຸມພາ 2025, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ ໂຕເລີມ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານ Miguel Diaz-Canel, ເລຂາທິການໃຫຍ່ຜູ້ທີໜຶ່ງ ພັກກອມມູນິດ ກູບາ, ປະທານປະເທດ ສ ກູບາ.
ທ່ານເລຂາທິການໃຫຍ່ ໂຕເລີມ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານເລຂາທິການຜູ້ທີໜຶ່ງ ພັກກອມມູນິດ ກູບາ, ປະທານປະເທດ ສ ກູບາ Miguel Diaz-Canel. ພາບ: ຖົງເຍີດ/VNA

ຕາງໜ້າພັກ, ລັດ, ປະຊາຊົນ ກູບາ ແລະ ທ່ານພົນເອກ Raul Castro Ruz, ສະຫາຍ Miguel Diaz-Canel ໄດ້ສົ່ງຄຳອວຍພອນອັນດີງາມເຖິງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 95 ປີແຫ່ງວັນສ້າງຕັ້ງ ພັກ​ກອມ​ມູນິດ ​ຫວຽດນາມ (3/2/1930 3/2/2025) ​ແລະ ​​ປີໃໝ່ ປີມະເສັງ 2025.

ທ່ານ​ເລຂາທິການ​ຜູ້ທີໜຶ່ງ, ປະທານ​ປະ​ເທດ ກູ​ບາ ຕີ​ລາຄາ​ສູງ​ບັນດາ​ຜົນງານ​ທີ່​ ຫວຽດນາມ ຍາດ​ມາ​ໄດ້​ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ກອມ​ມູນິດ​ ຫວຽດນາມ ​ໃນ​ການ​ກໍ່ສ້າງ ​ແລະ ພັດທະນາ​ປະ​ເທດ​ຊາດ, ຖື​ວ່າ ​ເປັນ​ແບບຢ່າງ​ທີ່​ສ່ອງ​ແສງ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ປະຕິວັດ​, ກອມ​ມູນິດ​ ສາກົນ; ພ້ອມ​ກັນ​ນັ້ນ, ເພິ່ນ​​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ຄວາມ​ສາມັກຄີ ​ແລະ ການ​ສະໜັບສະໜູນ​ຢ່າງ​ຈິງ​ໃຈ​ຂອງ​ ຫວຽດນາມ ​ໃຫ້​ແກ່ ກູ​ບາ ໃນຕະຫຼອດ​ໄລຍະ​ຜ່ານ​ມາ.

ທ່ານ​ເລຂາທິການ​ໃຫຍ່ ໂຕເລີມ ​ໄດ້​ຂອບ​ໃຈ​ຢ່າງ​ຈິງ​ໃຈ​ເຖິງ​ຄວາມ​ຮັກ​ແພງ​ອັນ​ເປັນ​ພິ​ເສດ​ທີ່ ກູ​ບາ ຍາມ​ໃດ​ກໍ່​ມີ​ຕໍ່​ພັກ, ລັດ ​ແລະ ປະຊາຊົນ ຫວຽດນາມ, ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ສະໜິດ​ຕິດ​ພັນ​ດ້ານ​ການ​ເມືອງ, ຄວາມ​ເຫັນ​ອົກ​ເຫັນ​ໃຈ ​ແລະ ການ​ແບ່ງປັນ​ຢ່າງ​ເລິກ​ເຊິ່ງ ລະຫວ່າງ​ ປະຊາຊົນ​ສອງ​ປະ​ເທດ; ຊົມເຊີຍ ກູບາ ເນື່ອງໃນໂອກາດສະເຫຼີມສະຫຼອງ 66 ປີແຫ່ງວັນການປະຕິວັດ ກູບາ ສຳເລັດຜົນ (1 ມັງກອນ 1959 1 ມັງກອນ 2025) ແລະ ບັນດາຜົນງານເຊິ່ງ ກູບາ ບັນລຸໄດ້ໃນການຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ແລະ ຜ່ານຜ່າຄວາມຫຍຸ້ງຍາກ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕເລີມ ຢືນ​ຢັນ​ຫຼັກ​ໝັ້ນ​ຂອງ ​ຫວຽດ​ນາມ ໃນ​ການ​ສະ​ໜັບ​ສະ​ໜູນ​ບັນ​ດາ​ມະ​ຕິ​ສະ​ພາ​ສະ​ຫະ​ປະ​ຊາ​ຊາດ ທີ່​ຮຽກ​ຮ້ອງ​ໃຫ້​ຢຸດ​ຕິ ​ການ​ຂວຳ້ບາດ ​ ກູ​ບາ.

ໃນ​ບັນຍາກາດ​ແຫ່ງ​ນ້ຳ​ໃຈ​ສາມັກຄີ, ​ເປັນ​ພີ່​ນ້ອງ​ກັນ, ເພື່ອ​ແນ​ໃສ່​ສະ​ເຫຼີ​ມສະຫຼອງ 65 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ກູ​ບາ (2/12/1960 2/12/2025), ການ​ນຳ​ສອງ​ພັກ, ​ສອງລັດ ​ໄດ້​ແບ່ງປັນ​ກ່ຽວ​ກັບສະພາບ​ການ​ຂອງ​ແຕ່ລະ​ປະ​ເທດ. ຢືນຢັນ​ຄືນ​ໃໝ່​ຄວາມ​ສຳຄັນ​ຂອງ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ ແບບ​ພິ​ເສດລະຫວ່າງ ​ຫວຽດນາມ - ກູ​ບາ, ຖື​ວ່າ ​ແມ່ນ​ຊັບ​ສິນ ​ອັນ​ລ້ຳ​ຄ່າ ​ທີ່​ສອງ​ຝ່າຍ​ຕ້ອງ​ມານະ​ພະຍາຍາມ​ຮັດ​ແໜ້ນ ​ແລະ ພັດທະນາ. ສອງຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ຊຸກຍູ້​ການ​ຜັນ​ຂະຫຍາຍ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ຫຼາຍ​ດ້ານ​ເພື່ອ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ; ປະຕິບັດ​ບັນດາ​ຂໍ້​ຕົກລົງ​ຂັ້ນ​ສູງ​ທີ່​ບັນລຸ​ໄດ້​ຢ່າງ​ມີ​ປະສິດທິ​ຜົນ​ໃນ​ການ​ຢ້ຽມຢາມ​ຄັ້ງ​ປະຫວັດສາດ​ຂອງ​ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ໂຕເລີມ ​ເຖິງ ກູ​ບາ ​ໃນ​ເດືອນ ກັນຍາ 2024; ຕັ້ງໜ້າ​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ລະນຶກ ​ແລະ ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ​ໃນ​ປີ​ມິດຕະພາບ ຫວຽດນາມ - ກູ​ບາ 2025.

ທ່ານ​ເລຂາທິການ​ໃຫຍ່ ໂຕເລີມ ​ໄດ້​ຢ້ຳຄືນ​ຄຳ​ເຊື້ອ​ເຊີນ ​ແລະ ຊົມເຊີຍສະຫາຍ Miguel Diaz-Canel ມາ​ຢ້ຽມຢາມ ຫວຽດນາມ ​ອີກ​ຄັ້ງ​ໃນ​ປີ 2025 ​ໂດຍ​ໄວ; ພ້ອມ​ກັນ​ນັ້ນ, ເພິ່ນ​ກໍ່ໄດ້​ສົ່ງ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ອັນ​ອົບ​ອຸ່ນ​ມາ​ຍັງ​ສະຫາຍ​ພົນ​ເອກ Raul Castro Ruz.

 


top