ຕອນສວາຍວັນທີ 21 ພະຈິກ, ໃນຂອບເຂດການຢ້ຽມຢາມ ມາເລເຊຍຢ່າງເປັນທາງການ, ທ່ານເລຂາທິການໃຫຍ່ ໂຕເລີມ ໄດ້ມີການພົບປະສອງຝ່າຍຢ່າງເປັນທາງການກັບ ທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim.
ການນຳສອງທ່ານໂອ້ລົມກັນ ກ່ອນເຂົ້າການພົບປະສອງຝ່າຍ
ທີ່ການພົບປະສອງຝ່າຍ, ທ່ານເລຂາທິການໃຫຍ່ ໂຕເລີມ ຕີລາຄາສູງການພັດທະນາຢ່າງຂະຫຍັນຂັນເຄື່ອນຂອງມາເລເຊຍ; ແລະ ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳຂອງທ່ານນາຍົກລັດຖະມົນຕີ Anwar Ibrahim, ມາເລເຊຍ ຈະປະຕິບັດຍຸດທະສາດການພັດທະນາຮອບດ້ານໃນໄລຍະໃຫມ່ສຳເລັດຜົນ. ທ່ານເລຂາທິການໃຫຍ່ ໂຕເລີມ ຢັ້ງຢືນ: ຫວຽດນາມ ຖືເປັນສຳຄັນ ແລະໃຫ້ບຸລິມະສິດສູງໃນການຊຸກຍູ້ການພົວພັນກັບ ມາເລເຊຍ.
ສ່ວນທ່ານນາຍົກລັດຖະມົນຕີ Anwar Ibrahim ສະແດງຄວາມປະທັບໃຈຕໍ່ຫນ້າການປ່ຽນແປງຕັ້ງຫນ້າ ແລະ ຮອບດ້ານຂອງ ຫວຽດນາມ ເປັນຕົ້ນແມ່ນການພັດທະນາເສດຖະກິດ ແລະບັນດາຂະແຫນງອຸດສະຫາກຳສຳຄັນ ແລະເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳຂອງພັກ, ລັດ ຫວຽດນາມ ແລະ ທ່ານເລຂາທິການໃຫຍ່ ໂຕເລີມ, ຫວຽດນາມ ຈະປະຕິບັດບັນດາເປົ້າໝາຍພັດທະນາຢ່າງມີໄຊ.
ທ່ານເລຂາທິການໃຫຍ່ ໂຕເລີມ ແລະ ທ່ານນາຍົກລັດຖະມົນຕີ Anwar Ibrahim ເຫັນດີ ຍົກການພົວພັນ ຫວຽດນາມ - ມາເລເຊຍ ຂຶ້ນສູ່ລະດັບຄູ່ຮ່ວມມືຍຸດທະສາດຮອບດ້ານ.
ການນຳສອງທ່ານ ຕີລາຄາສູງເລື່ອງສອງປະເທດສົມທົບກັນ ແລະສະຫນັບສະຫນູນເຊິ່ງກັນ ແລະກັນ ຢູ່ບັນດາກົນໄກຫລາຍຝ່າຍເປັນປະຈຳ, ເປັນຕົ້ນແມ່ນ ຢູ່ ອາຊຽນ, ສປຊ, ເຫັນດີນຳກັນເປີດກວ້າງ ແລະເຮັດໃຫ້ການສົມທົບໃນບັນດາບັນຫາສາກົນໃຫ້ເລິກເຊິ່ງຂຶ້ນຕື່ມ.
ໃນຂອບເຂດລາຍການຢ້ຽມຢາມ, ຕອນບ່າຍວັນດຽວກັນ ວັນທີ 21 ພະຈິກ ຕາມເວລາທ້ອງຖິ່ນ, ຢູ່ສຳນັກງານລັດຖະສະພາ ມາເລເຊຍ ຢູ່ ກົວລາ ລຳເບີ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ມີການພົບປະກັບທ່ານປະທານສະພາຕ່ຳ ມາເລເຊຍ Tan Sri Dato` Johari Bin Abdul.
ນະທີ່ນີ້, ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານປະທານສະພາຕ່ຳ ມາເລເຊຍ Tan Sri Dato` Johari Bin Abdul ຢັ້ງຢືນວ່າ ຫວຽດນາມ ແລະ ມາເລເຊຍແມ່ນບັນດາຄູ່ຮ່ວມມືເສດຖະກິດສຳຄັນຂອງກັນ, ແບ່ງປັນຫຼາຍຜົນປະໂຫຍດ ແລະ ທັດສະນະທີ່ຄ້າຍຄືກັນກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນ.