ຂ່າວສານ

ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ພັນລະຍາ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ສປປ.ລາວ ຢ່າງເປັນທາງການ

ໃນຂອບເຂດການຢ້ຽມຢາມ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ດຳເນີນການພົບປະສົນທະນາກັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ; ພົບປະສົນທະນາກັບທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ...
ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ແລະ ພັນລະຍາທ່ານນາງ ໂງເຟືອງລີ (ພາບ: TTXVN)

ຕອນຄ່ຳວັນທີ 02 ທັນວາ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ແລະ ພັນລະຍາທ່ານນາງ ໂງເຟືອງລີ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງມາຮອດ ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມທາງລັດຖະກິດ ສປປ.ລາວ ຢ່າງເປັນທາງການ, ເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີແຫ່ງວັນຊາດ ສປປ.ລາວ ແລະ ເປັນປະທານຮ່ວມການພົບປະຂັ້ນສູງລະຫວ່າງພັກກອມມູນິດ ຫວຽດນາມ ແລະ ພັກປະຊາຊົນປະຕິວັດ ລາວ, ຕາມຄຳເຊີນຂອງທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ, ປະທານປະເທດແຫ່ງ ສປປ.ລາວ ແລະ ພັນລະຍາ ແຕ່ວັນທີ 01 – 02 ທັນວາ 2025.

        ໃນຂອບເຂດການຢ້ຽມຢາມ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ດຳເນີນການພົບປະສົນທະນາກັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ; ພົບປະສົນທະນາກັບທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ, ທ່ານປະທານສະພາແຫ່ງຊາດ ໄຊສົມພອນ ພົມວິຫານ; ຢ້ຽມຢາມບັນດາສະຫາຍອະດີດການນຳຂັ້ນສູງຂອງລາວ; ເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີແຫ່ງວັນຊາດຂອງ ລາວ; ເຂົ້າຮ່ວມພິທີເປີດນຳໃຊ້ສວນສາທາລະນະມິດຕະພາບ ລາວ - ຫວຽດນາມ ແລະ ການເຄື່ອນໄຫວຈຳນວນໜຶ່ງ; ເປັນປະທານການພົບປະຂັ້ນສູງລະຫວ່າງ 2 ພັກ…

        ເນື່ອງໃນໂອກາດການຢ້ຽມຢາມ, 2 ຝ່າຍໄດ້ລົງນາມໃນເອກະສານຮ່ວມມືສຳຄັນຈຳນວນໜຶ່ງ, ສ້າງກອບນິຕິກຳ, ເປິດອອກການກຳນົດທິດໃໝ່, ສອດຄ່ອງກັບຄວາມຮຽກຮ້ອງການພັດທະນາຂອງແຕ່ລະປະເທດ ແລະ ເພື່ອຜົນປະໂຫຍດລວມຂອງ 2 ຊາດ, ສືບຕໍ່ເຮັດໃຫ້ສາຍພົວພັນແບບພິເສດ ຫວຽດນາມ - ລາວ ໃນສະພາບການໃໝ່ເລິກເຊິ່ງກວ່າເກົ່າ.


top