ຂ່າວສານ

ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ພັນລະຍາ ຈະໄປຢ້ຽມຢາມທາງລັດຖະກິດ ອິນໂດເນເຊຍ ແລະ ຢ້ຽມຢາມຄະນະເລຂາ ອາຊຽນ ແລະ ສິງກະໂປ

ການເດີນທາງໄປຢ້ຽມຢາມຄັ້ງນີ້ຂອງທ່ານເລຂາທິການໃຫຍ່ ໂຕເລິມ ແມ່ນສະແດງໃຫ້ເຫັນຄວາມສະເໝີຕົ້ນສະເໝີປາຍໃນການຜັນຂະຫຍາຍແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ຮ່ວມມື ແລະ ພັດທະນາ.
ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ (ພາບ: TTXVN)

ວັນທີ 07 ມີນາ, ກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ, ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ຈະໄປຢ້ຽມຢາມທາງລັດຖະກິດ ສ.ອິນໂດເນເຊຍ, ຢ້ຽມຢາມຄະນະເລຂາ ອາຊຽນ ແລະ ສິງກະໂປ ຢ່າງເປັນທາງການ ແຕ່ວັນທີ 09 – 13 ມີນາ. ການຢ້ຽມຢາມໄດ້ປະຕິບັດຕາມຄຳເຊີນຂອງທ່ານ Prabowo Subianto, ປະທານາທິບໍດີ ອິນໂດເນເຊຍ, ປະທານພັກຂະບວນການ ອິນໂດເນເຊຍ Gerindra, ທ່ານ Kao Kim Hourn, ເລຂາທິການໃຫຍ່ ອາຊຽນ ແລະ ທ່ານ Lawrence Wong, ນາຍົກລັດຖະມົນຕີ, ເລຂາທິການໃຫຍ່ພັກກຳອຳນາດເພື່ອປະຊາຊົນ ສ.ສິງກະໂປ.

        ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຫງວຽນແມ້ງເກື່ອງ, ຢືນຢັນວ່າ ການເດີນທາງໄປຢ້ຽມຢາມຄັ້ງນີ້ຂອງທ່ານເລຂາທິການໃຫຍ່ ໂຕເລິມ ແມ່ນສະແດງໃຫ້ເຫັນຄວາມສະເໝີຕົ້ນສະເໝີປາຍໃນການຜັນຂະຫຍາຍແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ຮ່ວມມື ແລະ ພັດທະນາ, ຫັນການພົວພັນດ້ານການທູດເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ, ຖືເປັນສຳຄັນການພົວພັນກັບບັນດາປະເທດບ້ານໃກ້ເຮືອນຄຽງໃນພາກພື້ນຂອງພັກ ແລະ ລັດ ຫວຽດນາມ, ໃນນັ້ນ ມີ 2 ຄູ່ຮ່ວມມືສຳຄັນແມ່ນ ອິນໂດເນເຊຍ ແລະ ສິງກະໂປ.


top