ພັກກອມມູນິດ ຫວຽດນາມ ຍາມໃດກໍ່ມີທັດສະນະຖືມະນຸດທັງເປັນເປົ້າໝາຍ, ທັງເປັນກຳລັງໜູນຂອງການພັດທະນາ
(ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ພິທີ)
ພິທີເລີ່ມລົງມືກໍ່ສ້າງເຂດປະສົມສາທາລະນະສຸກ - ສົ່ງເສີມສຸຂະພາບຜູ້ອາຍຸສູງ ມະຫາວິທະຍາໄລແພດສາດ ຮ່າໂນ້ຍ ຈັດຂຶ້ນໃນຕອນເຊົ້າວັນທີ 17 ມັງກອນ, ຢູ່ ຮ່າໂນ້ຍ, ດ້ວຍການເຂົ້າຮ່ວມຂອງທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ.
ກ່າວຄຳເຫັນທີ່ພິທີ, ທ່ານເລຂາທິການໃຫຍ່ ໂຕເລິມ ຊີ້ແຈ້ງວ່າພັກກອມມູນິດ ຫວຽດນາມ ຍາມໃດກໍ່ມີທັດສະນະຖືມະນຸດທັງເປັນເປົ້າໝາຍ, ທັງເປັນກຳລັງໜູນຂອງການພັດທະນາ, ໃນນັ້ນ, ການສົ່ງເສີມສຸຂະພາບຂອງປະຊາຊົນແມ່ນໜ້າທີ່ການເມືອງຈຸດສຸມ, ລຸລ່ວງ.
“ໂຄງການນີ້ແມ່ນເໝາະສົມ ແລະ ຫັນບັນດາແຜນນະໂຍບາຍໃຫຍ່ຂອງພັກ, ລັດກ່ຽວກັບການພັດທະນາວິທະຍາສາດ - ເຕັກໂນໂລຊີ, ການພັດທະນາເສດຖະກິດພາກເອກະຊົນ, ເພີ່ມທະວີການສົ່ງເສີມ ແລະ ຍົກສູງສຸຂະພາບຂອງປະຊາຊົນໃຫ້ເປັນອັນລະອຽດ. ໂຄງການສະແດງໃຫ້ເຫັນຢ່າງຈະແຈ້ງເຖິງຈິນຕະນາການພັດທະນາໄລຍະຍາວໃນຂົງເຂດສົ່ງເສີມສຸຂະພາບຂອງຜູ້ອາຍຸສູງ, ໃນນັ້ນ, ການເສົ່ງເສີມສຸຂະພາບຂອງຜູ້ມີອາຍຸສູງ ທັງແມ່ນເປົ້າໝາຍຮັບປະກັນຊີວິດສັງຄົມ, ທັງແມ່ນກຳລັງໜູນຊຸກຍູ້ການປ່ຽນແປງໃໝ່ຮູບແບບການບໍລິການສາທາລະນະສຸກ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ແລະ ການນຳໃຊ້ວິທະຍາສາດ - ເຕັກໂນໂລຊີ”.
ໄລຍະທີ 1 ຂອງໂຄງການຄາດວ່າຈະກໍ່ສ້າງສຳເລັດໃນປີ 2028, ມຸ່ງໄປເຖິງການກໍ່ສ້າງສຳເລັດທັງໝົດໃນປີ 2030.