ພັກ ແລະ ລັດ ເຫັນໄດ້ເຖິງຄວາມສຳຄັນຂອງຂໍ້ມູນ, ຫວ່າງມໍ່ໆມານີ້ ກົມການເມືອງໄດ້ປະກາດໃຊ້ມະຕິເລກທີ 57 ກຳນົດແຈ້ງວ່າ ຂໍ້ມູນແມ່ນໃຈກາງຂອງການຫັນເປັນດີຈີຕອນ, ແມ່ນກຳລັງໜູນສຳຄັນໃຫ້ແກ່ການພັດທະນາ.
(ການນຳ ຫວຽດນາມ ເຂົ້າຮ່ວມກອງປະຊຸມໃຫຍ່)
ຕອນເຊົ້າວັນທີ 22 ມີນາ, ຢູ່ ຮ່າໂນ້ຍ, ສະຫະສະມາຄົມຂໍ້ມູນແຫ່ງຊາດໄດ້ເປີດຕົວຢ່າງເປັນທາງການ ແລະ ຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 1 ອາຍຸການ 2025 – 2030 ຢ່າງສຳເລັດຜົນ. ກ່າວຄຳເຫັນຊີ້ນຳທີ່ກອງປະຊຸມໃຫຍ່, ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ ຊີ້ແຈ້ງວ່າ ພັກ ແລະ ລັດ ເຫັນໄດ້ເຖິງຄວາມສຳຄັນຂອງຂໍ້ມູນ, ຫວ່າງມໍ່ໆມານີ້ ກົມການເມືອງໄດ້ປະກາດໃຊ້ມະຕິເລກທີ 57 ກຳນົດແຈ້ງວ່າ ຂໍ້ມູນແມ່ນໃຈກາງຂອງການຫັນເປັນດີຈີຕອນ, ແມ່ນກຳລັງໜູນສຳຄັນໃຫ້ແກ່ການພັດທະນາ. ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີວ່າ:
“ເປັນເຈົ້າການ, ຕັ້ງໜ້ານຳໃຊ້, ເປັນເຈົ້າ, ກ້າວໄປເຖິງເລື່ອງເປັນເຈົ້າບັນດາຂໍ້ມູນເປັນແກ່ນສານ, ພິເສດແມ່ນເຕັກໂນໂລຊີປັນຍາປະດິດ (AI), ຂໍ້ມູນໃຫຍ່ (big data), blockchain ແລະ ລະບົບເກັບຮັກສາຂໍ້ມູນ (computing). ຕ້ອງສ້າງພື້ນຖານ AI ເປີດ ລະດັບຊາດ ຊ່ວຍໃຫ້ບັນດາວິສາຫະກິດສາມາດສຳຜັດ, ນຳໃຊ້ຢ່າງງ່າຍດາຍ ແລະ ເຜີຍແຜ່ຄວາມຮູ້ກ່ຽວກັບຂໍ້ມູນໃຫ້ແກ່ໝົດທຸກຄົນ ແລະ ຍົກສູງຄວາມຮູ້ ແລະ ທັກສະກ່ຽວກັບຂໍ້ມູນໃຫ້ແກ່ທົ່ວສັງຄົມ, ໂດຍສະເພາະແມ່ນຄວາມສຳຄັນຂອງເລື່ອງປົກປ້ອງຂໍ້ມູນສ່ວນຕົວ, ກໍ່ຄືການປະຕິບັດບັນດາຂໍ້ກຳນົດດ້ານນິຕິບັນຍັດ”.