ຂ່າວສານ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອຂະແໜງວັດທະນະທຳ

ປະຈຸບັນ ປະເທດຊາດພວມສ້າງພື້ນຖານວັດທະນະທຳ ຫວຽດນາມ ໃຫ້ກ້າວໜ້າ, ເຂັ້ມຂຸ້ນໄປດ້ວຍສີສັນຊາດ.
ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ພິທີ)

ວັດທະນະທຳຕ້ອງໄປກ່ອນບາດກ້າວໜຶ່ງ ເພື່ອປັບປຸງຄວາມໄວ້ເນື້ອເຊື່ອໃຈ, ສ້າງເປັນກຳລັງແຮງດຶງດູດແຫ່ງຊາດ. ນີ້ແມ່ນຄຳເນັ້ນໜັກຂອງທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ ທີ່ພິທີສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອຂະແໜງວັດທະນະທຳ (28 ສິງຫາ 1945 – 28 ສິງຫາ 2025) ແລະ ຕ້ອນຮັບຫຼຽນໄຊແຮງງານຊັ້ນໜຶ່ງ, ເຊິ່ງຈັດຂຶ້ນໃນຕອນເຊົ້າວັນທີ 23 ສິງຫາ, ຢູ່ ຮ່າໂນ້ຍ. ເຂົ້າຮ່ວມເຫດການຍັງມີທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ.

        ເມື່ອປະດັບຫຼຽນໄຊແຮງງານຊັ້ນ 1 ໃຫ້ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ທ່ານເລຂາທິການໃຫຍ່ ໂຕເລິມ ຊີ້ແຈ້ງວ່າ, ປະຈຸບັນ ປະເທດຊາດພວມສ້າງພື້ນຖານວັດທະນະທຳ ຫວຽດນາມ ໃຫ້ກ້າວໜ້າ, ເຂັ້ມຂຸ້ນໄປດ້ວຍສີສັນຊາດ; ຍົກສູງບົດບາດຂອງມະນຸດແມ່ນໃຈກາງ, ແມ່ນເປົ້າໝາຍ, ແມ່ນກຳລັງໜູນຂອງການພັດທະນາ; ກ້າວໄປເຖິງການພັດທະນາອຸດສາຫະກຳວັດທະນະທຳ, ສ້າງຕະຫຼາດວັດທະນະທຳໃຫ້ປອດໃສ… ທ່ານເລຂາທິການໃຫຍ່ ໂຕເລິມ, ຊີ້ແຈ້ງວ່າ:

        “ການພັດທະນາອຸດສາຫະກຳວັດທະນະທຳ ແລະ ເສດຖະກິດປະດິດຄິດສ້າງ ກາຍເປັນເສົາຄ້ຳໃໝ່ຂອງການເຕີບໂຕ; ສ້າງລະບອບລະບຽບການຕະຫຼາດດ້ານວັດທະນະທຳ, ກົນໄກການເງິນ, ທີ່ດິນ, ການລົງທຶນໃຫ້ສົມບູນແບບ; ສົ່ງເສີມວິສາຫະກິດວັດທະນະທຳ, startup ຢ່າງປະດິດຄິດສ້າງ; ພັດທະນາພື້ນຖານໂຄງລ່າງດີຈີຕອນໃຫ້ແກ່ການຜະລິດ, ຈຳໜ່າຍ, ບໍລິໂພກຜະລິດຕະພັນວັດທະນະທຳ; ສ້າງກຸ່ມ, ເຂດອຸດສາຫະກຳປະດິດຄິດສ້າງ ຕິດພັນກັບບັນດາເຂດຕົວເມືອງໃຫຍ່ ແລະ ສູນການທ່ອງທ່ຽວ”.


top