ງານສະແດງດົນຕີປະສານສຽງເປັນສັນຍາລັກໃຫ້ແກ່ຄວາມງາມຂອງພື້ນຖານດ້ານວັດທະນະທຳ ແລະ ດົນຕີຂອງ 2 ປະເທດ
(ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ໂງເຟືອງລີ ໄດ້ເຂົ້າຮ່ວມງານສະແດງດົນຕີປະສານສຽງ)
ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ຢູ່ອິນໂດເນເຊຍ, ຢ້ຽມຢາມຄະນະເລຂາ ອາຊຽນ ຢ່າງເປັນທາງການ, ແຕ່ວັນທີ 09 – 13 ມີນາ, ຕອນຄ່ຳວັນທີ 09 ມີນາ, ຢູ່ນະຄອນຫຼວງ ຈາກາກຕາ, ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ໂງເຟືອງລີ ໄດ້ເຂົ້າຮ່ວມງານສະແດງດົນຕີປະສານສຽງ ສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອິນໂດເນເຊຍ (1955 – 2025). ເຂົ້າຮ່ວມງານສະແດງສຽງດົນຕີມີທ່ານປະທານສະພາສູງ ອິນໂດເນເຊຍ Sultan Bachtiar Najamudin ແລະ ພັນລະຍາ, ພ້ອມດ້ວຍບັນດາຜູ້ແທນ ແລະ ປະຊາຊົນ 2 ປະເທດ ຫວຽດນາມ ແລະ ອິນໂດເນເຊຍ ເປັນຈຳນວນຫຼາຍ.
ກ່າວຄຳເຫັນຢູ່ທີ່ນີ້, ທ່ານລັດຖະມົນຕີກະຊວງວັດທະນະທຳ ອິນໂດເນເຊຍ Fadi Zon ຢືນຢັນວ່າ, ງານສະແດງດົນຕີປະສານສຽງເປັນສັນຍາລັກໃຫ້ແກ່ຄວາມງາມຂອງພື້ນຖານດ້ານວັດທະນະທຳ ແລະ ດົນຕີຂອງ 2 ປະເທດ, ສ່ອງແສງຄວາມຄາດຫວັງຂອງປະຊາຊົນ 2 ປະເທດພ້ອມກັນມຸ່ງໄປເຖິງອະນາຄົດ ແລະ ສ້າງແຫຼ່ງບັນດານໃຈໃຫ້ແກ່ລຸ້ນຕໍ່ໄປ ສືບຕໍ່ເສີມຂະຫຍາຍມູນເຊື້ອຈິດໃຈການຮ່ວມມື ແລະ ຄວາມເປັນເພື່ອນມິດ ທີ່ໄດ້ສ້າງເປັນສາຍພົວພັນມິດຕະພາບຢ່າງເລິກເຊິ່ງລະຫວ່າງ ຫວຽດນາມ - ອິນໂດເນເຊຍ ໃນເວລາ 70 ປີຜ່ານມາ.
ໃນວັນດຽວກັນ, ທ່ານເລຂາທິການໃຫຍ່ ໂຕເລິມ ກໍ່ໄດ້ໄປຢ້ຽມຢາມສະຖານທູດ, ພົບປະກັບບັນດາພະນັກງານຜູ້ຕາງໜ້າ ແລະ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ອິນໂດເນເຊຍ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານເລຂາທິການໃຫຍ່ ໂຕເລິມ, ໃຫ້ຮູ້ວ່າ:
“ໃນບັນດາການພົບປະເຈລະຈາ ແລະ ເຮັດວຽກກັບການນຳ ອິນໂດເນເຊຍ, ຂ້າພະເຈົ້າຈະສະເໜີໃຫ້ຝ່າຍ ອິນໂດເນເຊຍ ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຄົມຊາວ ຫວຽດນາມ ທ່ີ່ພວມດຳລົງຊີວິດ, ຮ່ຳຮຽນ, ເຮັດວຽກ. ນອກນັ້ນ, 2 ຝ່າຍຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອພັດທະນາ, ສະນັ້ນ, ພວກຂ້າພະເຈົ້າກໍ່ຈະປຶກສາຫາລືການສ້າງເງື່ອນໄຂໃຫ້ແກ່ວິສາຫະກິດ 2 ຝ່າຍເພີ່ມທະວີການຮ່ວມມື”.