ຂ່າວສານ

ທ່ານເລຂາທິການໃຫຍ່ ໂຕເລິມ: ສືບຕໍ່ແກ້ໄຂຈຸດອຸດຕັນດ້ານລະບອບລະບຽບການ

(VOVWORLD) - ການປະຕິບັດມະຕິເລກທີ 66 ໃນໄລຍະຜ່ານມາ ໄດ້ມີບາດກ້າວຫັນປ່ຽນຢ່າງເຫັນໄດ້ຊັດໃນການສ້າງ, ເຮັດສຳເລັດລະບອບລະບຽບການ, ກົດໝາຍໃຫ້ສົມບູນ, ຕອບສະໜອງຄວາມຮຽກຮ້ອງພັດທະນາປະເທດຊາດ, ແຕ່ນີ້ພຽງແຕ່ແມ່ນໝາກຜົນໃນເບື້ອງຕົ້ນ.
(ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ວາລະປະຊຸມ)

ຕອນເຊົ້າວັນທີ 17 ທັນວາ, ຢູ່ສຳນັກງານສູນກາງພັກ, ໂດຍເປັນປະທານວາລະປະຊຸມຄັ້ງທີ 2 ຄະນະຊີ້ນຳສູນກາງກ່ຽວກັບການສ້າງລະບອບລະບຽບການ ແລະ ກົດໝາຍໃຫ້ສົມບູນແບບ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ຫົວໜ້າຄະນະຊີ້ນຳ ໄດ້ເນັ້ນໜັກວ່າ ຕ້ອງສືບຕໍ່ປະຕິຮູບລະບອບລະບຽບການຢ່າງແຮງ ຕາມເນື້ອໃນຈິດໃຈຂອງມະຕິເລກທີ 66 ຂອງກົມການເມືອງ.

ທ່ານເລຂາທິການໃຫຍ່ ຊີ້ແຈ້ງວ່າ ການປະຕິບັດມະຕິເລກທີ 66 ໃນໄລຍະຜ່ານມາ ໄດ້ມີບາດກ້າວຫັນປ່ຽນຢ່າງເຫັນໄດ້ຊັດໃນການສ້າງ, ເຮັດສຳເລັດລະບອບລະບຽບການ, ກົດໝາຍໃຫ້ສົມບູນ, ຕອບສະໜອງຄວາມຮຽກຮ້ອງພັດທະນາປະເທດຊາດ, ແຕ່ນີ້ພຽງແຕ່ແມ່ນໝາກຜົນໃນເບື້ອງຕົ້ນ.

“ເປົ້າໝາຍແມ່ນຕ້ອງອອກແບບລະບົບກົດໝາຍໂດຍສັງລວມໃຫ້ສົບບູນແບບ ມຸ່ງໄປເຖິງການສ້າງໂຄງປະກອບລະບົບກົດໝາຍໃຫ້ທັນສະໄໝ, ມີວິທະຍາສາດ, ເໝາະສົມ ລວບລວມບັນດາຂົງເຂດກົດໝາຍທີ່ຕ້ອງດັດປັບ ເພື່ອຮັບປະກັນໃຫ້ກະທັດລັດ, ຄົບຊຸດ, ມີລະບຽບຂັ້ນຕອນຜົນບັງຄັບໃຊ້ທາງນິຕິກຳຢ່າງຈະແຈ້ງ, ພິເສດແມ່ນເຂົ້າເຖິງປະຊາຊົນ ແລະ ວິສາຫະກິດໄດ້ຢ່າງງ່າຍ”.

ທ່ານເລຂາທິການໃຫຍ່ກໍ່ສະເໜີໃຫ້ສະພາແຫ່ງຊາດ, ລັດຖະບານ, ບັນດາຄະນະ, ກະຊວງ, ຂະແໜງການສູນກາງ ແລະ ທ້ອງຖິ່ນ, ຮີບເຮັ່ງສ້າງເອກະສານໃຫ້ສົມບູນແບບ ເພື່ອຜັນຂະຫຍາຍກົດໝາຍ 51 ສະບັບ, ມະຕິເກນກຳນົດ 08 ສະບັບ ທີ່ຫາກໍ່ໄດ້ຮັບຮອງເອົາທີ່ກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດຊຸດທີ 15.


top