ຂ່າວສານ

ທ່ານເລຂາທິການໃຫຍ່ ໂຕເລິມ: “ກອງທັບ, ຕຳຫຼວດ ແລະ ຂະແໜງການທູດສວມບົດບາດສຳຄັນພິເສດສຳລັບພາລະກຳຂອງຊາດ”

ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ, ນີ້ແມ່ນບັນດາກຳລັງຫຼັກແຫຼ່ງໃນການປົກປັກຮັກສາ, ສ້າງພື້ນຖານສັນຕິພາບຂອງປະເທດຊາດ, ພ້ອມກັບທົ່ວປວງຊົນປົດປ່ອຍຊາດ
  ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ການພົບປະ. (ພາບ: TTXVN)  

ກອງທັບ, ຕຳຫຼວດ ແລະ ຂະແໜງການທູດສວມບົດບາດສຳຄັນພິເສດສຳລັບພາລະກຳຂອງຊາດ”. ນີ້ແມ່ນຄຳຢືນຢັນຂອງທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ ທີ່ການພົບປະເນື່ອງໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອກຳລັງຕຳຫຼວດປະຊາຊົນ (19 ສິງຫາ 1945 – 19 ສິງຫາ 2025), 80 ປີແຫ່ງວັນສ້າງຂະແໜງການທູດ ຫວຽດນາມ (28 ສິງຫາ 1945 – 28 ສິງຫາ 2025), ຈັດຂຶ້ນໃນຕອນຄ່ຳວັນທີ 01 ສິງຫາ, ຢູ່ ຮ່າໂນ້ຍ. ເຂົ້າຮ່ວມລາຍການຍັງມີທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

ທີ່ການພົບປະ, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ, ນີ້ແມ່ນບັນດາກຳລັງຫຼັກແຫຼ່ງໃນການປົກປັກຮັກສາ, ສ້າງພື້ນຖານສັນຕິພາບຂອງປະເທດຊາດ, ພ້ອມກັບທົ່ວປວງຊົນປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ, ປົກປັກຮັກສາປະເທດໄວ້ຢ່າງໝັ້ນຄົງ, ຮັບປະກັນການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ເພີ່ມທະວີການພົວພັນຕ່າງປະເທດ, ການຮ່ວມມື ແລະ ເຊື່ອມໂຍງເຂົ້າກັບສາກົນ… ທ່ານເລຂາທິການໃຫຍ່ຊີ້ແຈ້ງວ່າ:

“ກຳນົດການພົວພັນລະຫວ່າງບັນດາກຳລັງດັ່ງກ່າວແມ່ນສຳຄັນທີ່ສຸດ. ພັກ, ປະທານ ໂຮ່ຈີມິນ, ລັດ ຍາມໃດກໍ່ກຳນົດ, ຕີລາຄາສູງການພົວພັນດັ່ງກ່າວ. ໃນທຸກໄຊຊະນະໃນການຕີສັດຕູເຂົ້າມາຮຸກຮ້ານ, ໃນສົງຄາມຄັ້ງຕ່າງໆນັ້ນ, ພວກເຮົາລ້ວນແຕ່ໝູນໃຊ້ຍຸດທະສາດທັງຕີ, ທັງເຈລະຈາເປັນຢ່າງດີ, ທັງຢູ່ສະໜາມຮົບ, ທັງໃນແນວຮົບການທູດ. ປະຈຸບັນນີ້, ບົດບາດນີ້ນັບມື້ນັບໄດ້ຮັບການປັບປຸງ, ພັດທະນາ”.


top