ຂ່າວສານ

ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ: ເສີມຂະຫຍາຍບົດບາດຂອງແນວໂຮມປະເທດຊາດ, ຕອບສະໜອງຄວາມມຸ່ງຫວັງຂອງປະຊາຊົນ

ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ປາດຖະໜາວ່າ ແນວໂຮມປະເທດຊາດທຸກຂັ້ນ, ພະນັກງານແນວໂຮມປະເທດຊາດ ແລະ ບັນດາອົງການຈັດຕັ້ງມະຫາຊົນທຸກຂັ້ນ ສືບຕໍ່ໃກ້ຊິດຕິດແທດກັບຮາກຖານ, ກຳແໜ້ນຄວາມມຸ່ງມາດປາດຖະໜາ, ສະພາບການຂອງປະຊາຊົນຢ່າງທັນການ
  ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ກ່າວຄຳເຫັນທີ່ການພົບປະ  

ຕອນບ່າຍວັນທີ 26 ພະຈິກ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ໄດ້ພົບປະກັບຜູ້ແທນ 63 ຄົນທີ່ເປັນປະທານ, ແນວໂຮມປະເທດຊາດຂັ້ນຕາແສງ ແລະ  ຫົວໜ້າຄະນະວຽກງານແນວໂຮມທີ່ຕາງໜ້າໃຫ້ 63 ແຂວງ, ນະຄອນໃນທົ່ວປະເທດມາຮ່ວມກອງປະຊຸມຍ້ອງຍໍຊົມເຊີຍປະທານແນວໂຮມປະເທດຊາດຂັ້ນຕາແສງ ແລະ  ຫົວໜ້າຄະນະວຽກງານແນວໂຮມທີ່ດີເດັ່ນໃນທົ່ວປະເທດໄລຍະ 2017-2022.

ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ປາດຖະໜາວ່າ ແນວໂຮມປະເທດຊາດທຸກຂັ້ນ, ພະນັກງານແນວໂຮມປະເທດຊາດ ແລະ ບັນດາອົງການຈັດຕັ້ງມະຫາຊົນທຸກຂັ້ນ ສືບຕໍ່ໃກ້ຊິດຕິດແທດກັບຮາກຖານ, ກຳແໜ້ນຄວາມມຸ່ງມາດປາດຖະໜາ, ສະພາບການຂອງປະຊາຊົນຢ່າງທັນການເພື່ອເປັນເສນາທິການຂໍ້ສະເໜີຕໍ່ຄະນະພັກ ແລະ ອຳນາດການປົກຄອງ. ແນວໂຮມປະເທດຊາດທຸກຂັ້ນຕ້ອງເລັ່ງລັດປະຕິບັດຕາມທິດທາງ ແຜນນະໂຍບາຍຂອງພັກ, ນະໂຍບາຍ, ກົດໝາຍຂອງລັດກ່ຽວກັບວຽກງານມະຫາສາມັກຄີທົ່ວປວງຊົນທັງຊາດ.

ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ສະເໜີໃຫ້ບັນດາຜູ້ແທນຂອງແນວໂຮມປະເທດຊາດຈົ່ງຍົກສູງສະຕິຄວາມຮັບຮູ້, ເສີມຂະຫຍາຍທີ່ຕັ້ງ, ບົດບາດຂອງແນວໂຮມປະເທດຊາດ, ກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບ, ບໍ່ຈົ່ງຈຽມ, ຫຼີກລ່ຽງ ແລະ ປະຕິບັດຢ່າງເປັນປະຈຳ ແລະ ຂ້ຽວຂາດ. ເພື່ອຕອບສະຫນອງຄວາມມຸ່ງຫວັງຂອງປະຊາຊົນ ແລະຄວາມຄ່ອງຄອຍ ຂອງສັງຄົມຢ່າງແທ້ຈິງ. ເອົາໃຈໃສ່ຊີວິດການເປັນຢູ່ຂອງປະຊາຊົນ ແລະ ຜົນປະໂຫຍດຂອງປະຊາຊົນເພື່ອກຳນົດເປົ້າໝາຍເຄື່ອນໄຫວ ຖືເອົາຄວາມເພິ່ງພໍໃຈຂອງປະຊາຊົນເປັນໄມ້ວັດຜົນວຽກງານ, ແລະ ຕີລາຄາພະນັກງານ.

top