ຂ່າວສານ

ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຕ້ອນຮັບນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ


ທ່ານ​​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​​ຕ້ອນຮັບ​
ທ່ານ​ນາຍົກລັດຖະມົນຕີ​ແຫ່ງ​ສປປ ລາວ ທອງ​ລຸນ ສີ​ສຸ​ລິດ

​       ຕອນ​ບ່າຍ​ວັນ​ທີ 07/02 ຢູ່ ຮ່າ​ໂນ້ຍ, ທ່ານ​​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ໋ຈ້ອງ ​ໃຫ້ການ​ຕ້ອນຮັບ​ທ່ານ​ນາຍົກລັດຖະມົນຕີ​ແຫ່ງ​ສປປ ລາວ ທອງ​ລຸນ ສີ​ສຸ​ລິດ ມາ ຫວຽດນາມ ​ເຂົ້າ​ຮ່ວມ ​ແລະ ​ເປັນ​ປະທານ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ທີ 39 ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ ຫວຽດນາມ - ລາວ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນຟູ໋ຈ້ອງ ຢືນຢັນ​ວ່າ: ຫວຽດນາມ ສະໜັບສະໜູນ​ຢ່າງ​ແຮງ ​ແລະ ຮອບດ້ານ​ສຳລັບ​ພາລະ​ກິດ​ປ່ຽນ​ໃໝ່, ປົກ​ປັກ​ຮັກສາ ​ແລະ ສ້າງສາ​ປະ​ເທດ ລາວ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຕີ​ລາຄາ​ສູງ​ໝາກຜົນ​ແຫ່ງການ​ຮ່ວມ​ມື​ລະຫວ່າງ 2 ລັດຖະບານ​ໃນ​ໄລຍະ​ຜ່ານ​ມາ ​ແລະ ສະ​ເໜີ​ວ່າ ທີ່​ກອງ​ປະຊຸມ​ຄັ້ງ​ທີ 39 ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ ຫວຽດນາມ - ລາວ ນາຍົກລັດຖະມົນຕີ 2 ທ່ານ​ຂອງ 2 ປະ​ເທດ​ຊີ້​ນຳ​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​, ວິ​ສາ​ຫະກິດ​ປຶກ​ສາຫາລື ​ແລະ ​ເຫັນ​ດີ​ເປັນ​ເອກະ​ພາບ​ບັນດາ​ມາດ​ຕະການ, ​ເປັນ​ເຈົ້າ​ການ, ຕັ້ງໜ້າ​ສົມທົບ​ກັນ​ຜັນ​ຂະຫຍາຍ​ບັນດາ​ຖະ​ແຫຼ​ງການ​ຮ່ວມ​ລະຫວ່າງ ຫວຽດນາມ - ລາວ ​ແລະ ບັນດາ​ຂໍ້​ຕົກ​ລົງ​ລະຫວ່າງ​ການ​ນຳ​ຂັ້ນ​ສູງ 2 ພັກ, 2 ລັດ, ສັນຍາ​ຮ່ວມ​ມື​ລະຫວ່າງ 2 ລັດຖະບານ ​ແລະ ບັນດາ​ໂຄງການ, ​ແຜນການ​ຮ່ວມ​ມື​ລະຫວ່າງ 2 ຝ່າຍ​ຢ່າງ​ມີ​ປະສິດທິ​ຜົນ.
        ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ແລະ ທ່ານ​ນາຍົກລັດຖະມົນ​ຕີ ທອງ​ລຸນ ສີ​ສຸ​ລິດ ສະ​ແດງ​ຄວາມພາກພູມ​ໃຈ​ຕໍ່​ການ​ພົວພັນ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ ຫວຽດນາມ - ລາວ ທີ່ນັບ​ມື້​ນັບ​ພັດທະນາ​ເຂົ້າ​ສູ່​ລວງ​ເລິກ, ປະກອບສ່ວນ​ສຳຄັນ​ເຂົ້າ​ພາລະ​ກິດ​ສ້າງສາ ​ແລ​ະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຂອງ​ແຕ່ລະ​ປະ​ເທດ. 2 ຝ່າຍ​ຢືນຢັນ​ ພ້ອມ​ກັນ​ຮັກສາ, ​ເພີ່ມ​ພູນ​ຄູນ​ສ້າງ, ​ເສີມ​ຂະຫຍາຍ ​ແລະ ສືບທອດ​ໃຫ້​ລຸ້ນຫລັງ​ກ່ຽວ​ກັບ​ສາຍ​ພົວພັນ​ສາມັກຄີ​ແບບ​ພິ​ເສດ ຫວຽດນາມ - ລາວ.
 (ແຫຼ່ງຄັດຈາກ VOV)
                                                                                            

top