ວັນທີ 13/5, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງພ້ອມດ້ວຍຄະນະ ສ.ສ.ຊ ໄດ້ລົງພົບປະກັບຜູ້ມີສິດເລືອກຕັ້ງເມືອງ ບາດິງ, ໄຕໂຮ່.
ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງລົງພົບປະກັບຜູ້ມີສິດເລືອກຕັ້ງເມືອງ ບາດິງ, ໄຕໂຮ່
ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງພ້ອມດ້ວຍຄະນະ ສ.ສ.ຊ ໄດ້ລົງພົບປະກັບຜູ້ມີສິດເລືອກຕັ້ງເມືອງ ບາດິງ, ໄຕໂຮ່, ນະຄອນຫຼວງຮ່າໂນ້ຍ. ທີ່ບັນດາການພົບປະ, ຜູ້ມີສິດເລືອກຕັ້ງໄດ້ຊົມເຊີຍ ແລະ ຕີລາຄາສູງຄວາມຕັດສິນໃຈຂອງພັກ, ຂອງທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມໃນການປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ, ປັບໄໝລົງໂທດຕໍ່ພະນັກງານໃນໄລຍະມໍ່ໆມານີ້ ພ້ອມທັງສະເໜີພັກ, ລັດຈົ່ງສືບຕໍ່ສະແດງຄວາມຕັດສິນໃຈ ຕ້ານການສໍ້ລາດບັງຫຼວງຢ່າງຂ້ຽວຂາດກ່ວາ ແລະ ພິຈາລະນາວຽງການພະນັກງານຢ່າງເຂັ້ມງວດກ່ວາ. ສ່ວນທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ຈະຕັດສິນໃຈຕໍ່ສູ້ຕ້ານການສໍ້ລາດບັງຫຼວງຢ່າງແຂງແຮງກ່ວາອີກ. ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ຍັງໃຫ້ຮູ້ກ່ຽວກັບການກຳນົດທິດເພີ່ມຈຳນວນ ສ.ສ.ຊ ສະເພາະກິດເພື່ອຕອບສະໜອງຄວາມຕ້ອງການສ້າງກົດໝາຍທີ່ນັບມື້ນັບສູງກ່ວາ.
(ແຫຼ່ງຄັດຈາກ VOV)