ຂ່າວສານ

ທ່ານເລຂາທິການໃຫຍ່ ຫງວຽນຝູຕ້ອງ ສົ່ງໂທລະເລກຊົມເຊີຍ ມາຍັງທ່ານ ສີຈີ້ນຜິງ ສືບຕໍ່ດຳລົງຕຳແໜ່ງເປັນເລຂາທິການໃຫຍ່ພັກກອມມູນິດ ຈີນ ຊຸດທີ XX

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເນັ້ນໜັກວ່າ, ທ່ານມີຄວາມເບີກບ່ານມ່ວນຊື່ນ ແລະ ອວຍພອນຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຊຸດທີ XX ຂອງພັກກອມມູນິດ ຈີນ ຢ່າງຈິງໃຈ.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເນັ້ນໜັກວ່າ, ທ່ານມີຄວາມເບີກບ່ານມ່ວນຊື່ນ ແລະ ອວຍພອນຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຊຸດທີ XX ຂອງພັກກອມມູນິດ ຈີນ ຢ່າງຈິງໃຈ.

    

ທ່ານ ສີຈີ້ນຜິງ ສືບຕໍ່ໄດ້ເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິການງານສູນກາງພັກກອມມູນິດ ຈີນ

(ພາບ: THX/TTXVN)

ເນື່ອງໃນໂອກາດ ທ່ານ ສີຈີ້ນຜິງ ສືບຕໍ່ໄດ້ເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິການງານສູນກາງພັກກອມມູນິດ ຈີນ ຊຸດຕໍ່ໄປ ທີ່ກອງປະຊຸມສູນກາງພັກຄັ້ງປະຖົມມະເລິກ ຄະນະບໍລິການງານສູນກາງພັກຊຸດທີ XX, ວັນທີ 23 ຕຸລາ, ທ່ານເບຂາທິການໃຫ່ຍ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ສົ່ງໂທລະເລກຊົມເຊີຍ.

ໃນໂທລະເລກຊົມເຊີຍ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເນັ້ນໜັກວ່າ, ທ່ານມີຄວາມເບີກບ່ານມ່ວນຊື່ນ ແລະ ອວຍພອນຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຊຸດທີ XX ຂອງພັກກອມມູນິດ ຈີນ ຢ່າງຈິງໃຈ, ທ່ານເຊື່ອໝັ້ນວ່າ, ພາຍໃຕ້ການນຳພາຂອງສູນກາງພັກກອມມູນິດ ຈີນ ແລະ ແນວຄິດ ສີຈີ້ນຜິງ ກ່ຽວກັບລັດທິເປັນເອກະລັດສະເພາະ ຈີນ ໃນຍຸກສະໄໝໃໝ່, ແນ່ນອນວ່າ ທົ່ວພັກ ແລະ ປະຊາຊົນທຸກຊັ້ນວັນນະຂອງ ຈີນ ຈະບັນລຸບັນດາເປົ້າໝາຍເຊິ່ງກອງປະຊຸມໃຫຍ່ຊຸດທິ XX ໄດ້ວາງອອກ.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢືນຢັນວ່າ, ຫວຽດນາມ ຕີລາຄາສູງບັນດານ້ຳໃຈອັນດີງາມ, ຄວາມເອົາໃຈໃສ່, ການປະກອບສ່ວນຢ່າງໃຫຍ່ຫຼວງຂອງທ່ານເລຂາທິການໃຫຍ່ ສີຈີ້ນຜິງ ຕໍ່ການພົວພັນລະຫວ່າງ ຫວຽດນາມ - ຈີນ ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ; ຖືເປັນສຳຄັນ ແລະ ພ້ອມແລ້ວຈະພ້ອມກັບທ່ານເລຂາທິການໃຫຍ່ ສີຈີ້ນຜິງ ສືບຕໍ່ສະຫງວນຄວາມເອົາໃຈໃສ່ຢ່າງສູງ, ຊີ້ນຳບັນດາຂັ້ນ, ຂະແໜງການ, ທ້ອງຖິ່ນຂອງ 2 ຝ່າຍຊາບຊຶມ, ປະຕິບັດບັນດາຂໍ້ຕົກລົງ ແລະ ຄວາມຮັບຮູ້ລວມຂັ້ນສູງ, ນຳການພົວພັນຖານບ້ານໃກ້ເຮືອນຄຽງ ແລະ ຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ໃຫ້ຂຶ້ນສູ່ລະດັບສູງໃໝ່.

ແຫຼ່ງຄັດຈາກ VOV


top