ຂ່າວສານ

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ: ເສີມຂະຫຍາຍບົດບາດຂອງປະຊາຊົນໃນການຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫລວງ, ການຫຍໍ້ທໍ້

ວັນທີ 12 ມັງກອນ, ຢູ່ ຮ່າໂນ້ຍ ຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫລວງ, ການຫຍໍ້ທໍ້ ໄດ້ຈັດກອງປະຊຸມຄັ້ງທີ 23 ເພື່ອສຳຫລວດກວດຄືນ, ຕີລາຄາໝາກຜົນການເຄື່ອນໄຫວປີ 2022, ກຳນົດໂຄງການປະຕິບັດງານປີ 2023. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ຫົວຫນ້າຄະນະຊີ້ນຳເປັນປະທານກອງປະຊຸມ.
  ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຊີ້ນຳກອງປະຊຸມ (ພາບ: TTXVN)  

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເນັ້ນຫນັກວ່າ: 10 ປີຜ່ານມາ ວຽກງານຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫລວງ, ການຫຍໍ້ທໍ້ ໄດ້ຮັບການຜັນຂະຫຍາຍນັບມື້ນັບມີແບບມີແຜນ, ສະແດງໃຫ້ເຫັນລັກສະນະວັດທະນະທຳມະນຸດ ແຕ່ກໍ່ມີລັກສະນະສຶກສາແລະຂົມຂູ່. ກ່ຽວກັບຫນ້າທີ່ຈຸດສຸມປີ 2023, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະເຫນີໃຫ້ບັນດາອົງການທີ່ມີບົດບາດຫນ້າທີ່ ຕ້ອງສົມທົບກັນເພື່ອສ້າງໃຫ້ໄດ້ຫລາຍກົນໄກເພື່ອບໍ່ກ້າ, ບໍ່ສາມາດ, ບໍ່ຢາກ, ບໍ່ຕ້ອງການສໍ້ລາດບັງຫລວງ.

“ພວກເຮົາສ້າງໄດ້ຫລາຍກົນໄກ, ນະໂຍບາຍ, ຂໍ້ກຳນົດ, ວິທີການເຮັດ. ໄລຍະຜ່ານມາ ພວກເຮົາຄົ້ນພົບໄດ້ຫລາຍກໍລະນີແຕ່ຫົວທີ ສົມທົບນຳກັນຢ່າງກົມກຽວ, ເໝາະສົມ. ຈຸດໃຫມ່ໃນປະຈຸບັນແມ່ນໃຫ້ຜູ້ທີ່ລະເມີດຕ້ອງສະໝັກໃຈສົ່ງເງິນທີ່ໄດ້ສໍ້ລາດບັງຫລວງຄືນ ນັ້ນແມ່ນປັດໄຈເພື່ອພິຈາລະນາຫລຸດຜ່ອນໂທດ. ດ້ວຍຈິດໃຈ ບໍ່ມີເຂດຫ້າມ, ບໍ່ມີກໍລະນີພິເສດ ໂດຍບໍ່ວ່າຜູ້ນັ້ນແມ່ນໃຜ.


top