ຂ່າວສານ

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເປັນປະທານກອງປະຊຸມຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກໍ່ຮຽກຮ້ອງວ່າ ວຽກງານຕໍ່ສູ້, ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ສິ່ງຫຍໍ້ທໍ້ຕ້ອງໄດ້ປະຕິບັດຢ່າງຂ້ຽວຂາດ ແລະ ຄົບຊຸດກວ່າໃນໄລຍະຈະມາເຖິງ

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກໍ່ຮຽກຮ້ອງວ່າ ວຽກງານຕໍ່ສູ້, ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ສິ່ງຫຍໍ້ທໍ້ຕ້ອງໄດ້ປະຕິບັດຢ່າງຂ້ຽວຂາດ ແລະ ຄົບຊຸດກວ່າໃນໄລຍະຈະມາເຖິງ.

  ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)  

ຕອນເຊົ້າວັນທີ 18 ພະຈິກ, ຢູ່ສຳນັກງານສູນກາງພັກ, ຄະນະປະຈຳຄະນະຊີ້ນຳສູນກາງພັກກ່ຽວກັບການປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ, ສິ່ງຫຍໍ້ທ້ໍໄດ້ຈັດກອງປະຊຸມຂຶ້ນ ພາຍໃຕ້ການເປັນປະທານຂອງທ່ານເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ, ຫົວໜ້າຄະນະຊີ້ນຳ. ທີ່ກອງປະຊຸມ, ພ້ອມກັບການຍ້ອງຍໍຊົມເຊີຍ, ຕີລາຄາສູງບັນດາຜົນງານພົ້ນເດັ່ນ, ຈະແຈ້ງໃນວຽກງານຕໍ່ສູ້, ປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ, ສິ່ງຫຍໍ້ທໍ້ໃນໄລຍະຜ່ານມາ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກໍ່ຮຽກຮ້ອງວ່າ ວຽກງານຕໍ່ສູ້, ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ສິ່ງຫຍໍ້ທໍ້ຕ້ອງໄດ້ປະຕິບັດຢ່າງຂ້ຽວຂາດ ແລະ ຄົບຊຸດກວ່າໃນໄລຍະຈະມາເຖິງ, ເພີ່ມທະວີການກວດກາ, ຕິດຕາມກວດກາ, ກວດສອບ ເພື່ອພົບເຫັນການສໍ້ລາດບັງຫຼວງ, ລົງໂທດຢ່າງເຂັ້ມງວດຕໍ່ຜູ້ລະເມີດໃຫ້ຖືກຕາມທັດສະນະບໍ່ມີເຂດຫ້າມ, ບໍ່ມີການຍົກເວັ້ນ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຮຽກຮ້ອງໃຫ້ອົງຄະນະພັກທຸກຂັ້ນ, ອົງການຈັດຕັ້ງພັກ, ອົງການທີ່ມີໜ້າທີ່ສືບຕໍ່ຍູ້ແຮງ, ເດັດດ່ຽວ, ຢຶດໝັ້ນ, ບໍ່ຢຸດບໍ່ເຊົາ, ມີຄວາມຕັດສິນໃຈຢ່າງສູງກວ່າໃນວຽກງານຕໍ່ສູ້, ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ສິ່ງຫຍໍ້ທ້ໍ.


top