ຂ່າວສານ

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເຂົ້າຮ່ວມກອງປະຊຸມອົງຄະນະພັກຕຳຫຼວດສູນກາງ

      ອົງຄະນະພັກຕຳຫຼວດສູນກາງ ຄວນປະຕິບັດວຽກງານຂົນຂວາຍມະຫາຊົນໃຫ້ດີກວ່າອີກ ເພື່ອສ້າງທ່າປ້ອງກັນຄວາມສະຫງົບປະຊາຊົນໃຫ້ໝັ້ນຄົງເຂັ້ມແຂງ.
(ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມ)
      ນີ້ແມ່ນຄຳຮຽກຮ້ອງຂອງທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ເມື່ອເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມອົງຄະນະພັກຕຳຫຼວດສູນກາງ ດຳເນີນໃນຕອນເຊົ້າວັນທີ 20 ທັນວາ ຢູ່ຮ່າໂນ້ຍ. ເຂົ້າຮ່ວມກອງປະຊຸມຍັງມີທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ.
        ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກໍ່ສະເໜີໃຫ້ອົງຄະນະພັກຕຳຫຼວດສູນກາງ, ກຳລັງຕຳຫຼວດປະຊາຊົນ ຈົ່ງສືມຕໍ່ເສີມຂະຫຍາຍຜົນງານ, ບົດຮຽນໃນໄລຍະຜ່ານມາ, ເປັນເຈົ້າການກຳແໜ້ນສະພາບການ, ໂດຍສະເພາະແມ່ນສະພາບການຜັນແປຂອງໂລກລະບາດໂຄວິດ-19, ການເຄື່ອນໄຫວຫວັງມ້າງທຳລາຍຂອງບັນດາກຳລັງທີ່ເປັນອິດທິກຳລັງທີ່ເປັນປໍລະປັກ, ພວກປະຕິການ. ເປັນເຈົ້າການຍົກອອກທິດທາງ, ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພບັນດາເຫດການການເມືອງສຳຄັນຂອງປະເທດຊາດ.
        ກອງປະຊຸມໄດ້ຈັດຂຶ້ນປະຈຳປີ ເພື່ອແນໃສ່ລາຍງານໝາກຜົນສຳຫຼວດກວດຄືນ, ຕຳໜິຕົນເອງ ແລະ ຕຳໜິໝູ່ຄະນະ ແລະ ສ່ວນບຸກຄົນໃນຄະນະປະຈຳອົງຄະນະພັກຕຳຫຼວດສູນກາງ; ປະກອບຄຳເຫັນໃສ່ເນື້ອໃນບັນດາເອກະສານທີ່ໄດ້ຍົກອອກມາໃນກອງປະຊຸມຕຳຫຼວດທົ່ວປະເທດຄັ້ງທີ 77 ແລະ ບາງບັນຫາສຳຄັນອື່ນໆ.
(ແຫຼ່ງຄັດຈາກ VOV)
 


top