ຂ່າວສານ

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສິ້ນສຸດການຢ້ຽມຢາມ ສປ ຈີນ ຢ່າງເປັນທາງການຢ່າງຈົບງາມ

ເນື່ອງໃນໂອກາດນີ້, ເມື່ອຕອບສຳພາດສື່ມວນຊົນ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ຢັ້ງຢືນວ່າ: ການຢ້ຽມຢາມບັນລຸຜົນສຳເລັດຢ່າງຈົບງາມໃນທຸກດ້ານ ແລະ ແມ່ນເຫດການສຳຄັນພິເສດສຳລັບສອງປະເທດ.

 ເນື່ອງໃນໂອກາດນີ້, ເມື່ອຕອບສຳພາດສື່ມວນຊົນ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ຢັ້ງຢືນວ່າ: ການຢ້ຽມຢາມບັນລຸຜົນສຳເລັດຢ່າງຈົບງາມໃນທຸກດ້ານ ແລະ ແມ່ນເຫດການສຳຄັນພິເສດສຳລັບສອງປະເທດ.

    

ທ່ານປະທານປະເທດ ຫງວຽນຊວນຟຸກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢູ່ສະໜາມບິນ 

ຕອນຄ່ຳວັນທີ 1 ພະຈິກ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້້ເດີນທາງມາຮອດຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມ ສປ ຈີນ ຢ່າງເປັນທາງການແຕ່ວັນທີ 30 ຕຸລາ - ວັນທີ 1 ພະຈິກ, ຕາມຄຳເຊີນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ.

        ເນື່ອງໃນໂອກາດນີ້, ເມື່ອຕອບສຳພາດສື່ມວນຊົນ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ຢັ້ງຢືນວ່າ: ການຢ້ຽມຢາມບັນລຸຜົນສຳເລັດຢ່າງຈົບງາມໃນທຸກດ້ານ ແລະ ແມ່ນເຫດການສຳຄັນພິເສດສຳລັບສອງປະເທດ. ໃນສະພາບການໂລກ ແລະ ຂອງແຕ່ລະປະເທດໃນປະຈຸບັນ, ການຢ້ຽມຢາມ ຈີນ ຢ່າງເປັນທາງການຄັ້ງນີ້ຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ໃນໄລຍະໃໝ່ເລິກເຊິ່ງກ່ວາອີກ; ເພີ່ມທະວີນ້ຳໃຈມິດຕະພາບລະຫວ່າງປະຊາຊົນສອງປະເທດ. ການຢ້ຽມຢາມປະກອບສ່ວນຢັ້ງຢືນ ພັກ ແລະ ລັດ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ໃຫ້ບຸລິມະສິດແຖວໜ້າແກ່ການກໍ່ສ້າງ ແລະ ພັດທະນາການພົວພັນອັນດີງາມຕໍ່ພັກ, ລັດ ແລະ ປະຊາຊົນຈີນ.

        ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ໃຫ້ຮູ້ວ່າ: ເພື່ອປະຕິບັດໝາກຜົນການຢ້ຽມຢາມທາງການນີ້ໃຫ້ເປັນຢ່າງດີ, ໄລຍະຈະມາເຖິງ, ສອງຝ່າຍຈະສຸມໃສ່ຊຸກຍູ້ໃນບັນດາຂົງເຂດ, ເຊິ່ງລວມມີ: ຮັກສາການເຄື່ອນໄຫວພົບປະຂັ້ນສູງ ແລະ ທຸກຂັ້ນເປັນປະຈຳ; ສ້າງການຫັນປ່ຽນຢ່າງແຮງ, ແທດຈິງ ແລະ ຍົກສູງປະສິດທິຜົນການຮ່ວມມືເສດຖະກິດ - ການຄ້າ, ການລົງທຶນກໍ່ຄືບັນດາຂົງເຂດອື່ນໆ; ຄວບຄຸມ ແລະ ແກ້ໄຂບັນດາຄວາມບໍ່ລົງລອຍກັນຢູ່ທະເລຢ່າງສົມເຫດສົມຜົນ, ຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ ແລະ ໃນຂົງເຂດຕ່າງໆ… ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ເຊື່ອໝັ້ນວ່າ ການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບ, ຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ຈະສືບຕໍ່ພັດທະນາຢ່າງແຮງໃນໄລຍະຈະມາເຖິງ.

(ແຫຼ່ງຄັດຈາກ VOV)


top