ຂ່າວສານ

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ: ນຳປະເທດຊາດໃຫ້ນັບມື້ນັບພັດທະນາ, ເຂັ້ມແຂງແຮງກ້າ ແລະ ວັດທະນາຖາວອນ

ປີ 2022 ຫວຽດນາມ ປະຕິບັດ ແລະ ລື່ນກາຍ14/15 ຄາດໝາຍແຜນການທີ່ໄດ້ວາງອອກ. ການເຕີບໂຕຍອດຜະລິດຕະພັນພາຍໃນ (GDP) ຂອງທົ່ວປະເທດບັນລຸປະມານ 8%, ສູງກວ່າຫຼາຍເມື່ອທຽບໃສ່ແຜນການທີ່ໄດ້ວາງອອກຄືແຕ່ 6-6,5%.
  (ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ)  

ໃນສະພາບການໂລກສືບຕໍ່ໄດ້ຜັນແປຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ປະເທດຊາດຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ແຕ່ດ້ວຍການຮ່ວມແຮງຮ່ວມໃຈ, ຄວາມຕັດສິນໃຈສູງ, ແນ່ນອນວ່າ ທົ່ວປວງຊົນ ຫວຽດນາມ ຈະປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກຢ່າງມີໄຊ, ນຳປະເທດໃຫ້ນັບມື້ນັບພັດທະນາ, ເຂັ້ມແຂງແຮງກ້າ ແລະ ວັດທະນາຖາວອນ. ນີ້ແມ່ນຄຳຢືນຢັນຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເມື່ອຕອບສຳພາດຕໍ່ສຳນັກຂ່າວສານ ຫວຽດນາມ ເນື່ອງໃນໂອກາດຕ້ອນຮັບບຸນເຕັດປີແມວ ແລະ ສະເຫຼີມສະຫຼອງ 93 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (03 ກຸມພາ 1930 – 03 ກຸມພາ 2023).

 ທ່ານເລຂາທິການໃຫຍ່ໃຫ້ຮູ້ວ່າ, ປີ 2022 ຫວຽດນາມ ປະຕິບັດ ແລະ ລື່ນກາຍ14/15 ຄາດໝາຍແຜນການທີ່ໄດ້ວາງອອກ. ການເຕີບໂຕຍອດຜະລິດຕະພັນພາຍໃນ (GDP) ຂອງທົ່ວປະເທດບັນລຸປະມານ 8%, ສູງກວ່າຫຼາຍເມື່ອທຽບໃສ່ແຜນການທີ່ໄດ້ວາງອອກຄືແຕ່ 6-6,5%. ຍອດວົງເງິນສົ່ງອອກ - ນຳເຂົ້າບັນລຸລະດັບສະຖິຕິກວ່າ 730 ຕື້ USD, ເພີ່ມຂຶ້ນ 10% ເມື່ອທຽບໃສ່ປີ 2021. ຫວຽດນາມ ສືບຕໍ່ນອນໃນກຸ່ມ 25 ພື້ນຖານເສດຖະກິດແຖວໜ້າດ້ານການຄ້າ.

ກ່ຽວກັບການພົວພັນສາກົນ, ການຕ່າງປະເທດ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຊີ້ແຈ້ງວ່າ ມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ໄດ້ກຳນົດວ່າ: ປະຕິບັດຢ່າງສະເໝີຕົ້ນສະເໝີປາຍແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາ; ຫັນເປັນຫຼາຍຮູບຫຼາຍແບບ, ຫັນການພົວພັນຕ່າງປະເທດເປັນຫຼາຍຮູບຫຼາຍແບບ. ຫວຽດນາມ ເປັນເພື່ອນມິດ, ເປັນຄູ່ຮ່ວມມືມີຄວາມໄວ້ເນື້ອເຊື່ອໃຈ ແລະ ເປັນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບໃນປະຊາຄົມສາກົນ. ດ້ວຍຈິດໃຈເປັນເຈົ້າການ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບສູງ, ຫວຽດນາມ ໄດ້ຮັບໜ້າທີ່ສຳຄັນສາກົນຫຼາຍຢ່າງ.

ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ສົ່ງຄຳອວຍພອນປີໃໝ່ເຖິງພໍ່ແມ່ປະຊາຊົນ, ນັກຮົບທົ່ວປະເທດ, ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ເພື່ອນມິດສາກົນ ປີໃໝ່ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມເບີກບານມ່ວນຊື່ນຫຼາຍຢ່າງ ແລະ ມີຄວາມຜາສຸກ, ວຽກງານທັງໝົດມີຄວາມສະດວກ.


top